ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ເມືອງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບຄົບຮອບ 74 ປີ

ເມືອງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບຄົບຮອບ 74 ປີ    

      ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄອບຮອບ 74 ທີໄດ້ມູນວຽນມາບັນຈົບອີກວາລະໜຶ່ງ ແລະ ເພື່ອລະນຶກເຖິງຄຸນງານຄວາມດີຂອງນັກຮົບປະຕິວັດໃນເມືອກ່ອນນັ້ນ ມາໃນຕອນເຊົ້າຂອງວັນທີ 19 ມັງກອນ 2023 ນີ້ ທາງຄະນະໂຄສະນາອົບເມືອງຜົ້ງສາລີ ໄດ້ຈັດພິທີປາຖະ ກະຖາຫວນຄືນມູນເຊື້ອ

ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວຄົບຮອບ 74 ປີ ຄືວັນທີ 20 ມັງກອນ 1949 – 20 ມັງກອນ 2023 ຢູ່ທີສະໂມສອນໃຫຍ່ຂອງເມືອງຜົ້ງສາລີ ໂດຍພາຍໃຕ້ການເປັນປະທານ ແລະ ຂຶ້ນປາຖະກະຖາຂອງ ທ່ານ ບຸນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງ ແນວຄິດຂັ້ນເມືອງ, ທ່ານ ສຸລີວັນ ແສນສະຕິ ກໍາມະການພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຂົ້າຮ່ວມຮັບຟັງມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະພັກຄະນະບັນຊາ, ທະນາຄານນະໂຍບາຍ, ໂຮງໝໍຊຸມຊົນ, ສູນໄຟຟ້າລາວປະຈໍາເມືອງ ຕະຫຼອດຫຼອດພະນັກງານ-ລັດຖະກອນອ້ອມຂ້າງເມືອງ ເຂົ້າທັງໝົດ 158 ຄົນ, ຍິງ 96 ຄົນ.

        ໃນພິທີ ທ່ານ ບູນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ການເມືອງ ແນວຄິດຂັ້ນມືອງ ໄດ້ຍົກໃຫ້ເຫັນມູນເຊື້ອການສ້າງຕັ້ງສູ້ຮົບມີໄຊ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຈົນຮອດປະຈຸບັນໂດຍພາຍໃຕ້ການນໍາພາອັນປີຊາສາມາດ ອັນສະຫຼາດສອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະ ການ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫ່ຍຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ເຮັດສໍາເລັດພາລະກໍາປະຫວັດສາດທີພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາຜູ້ຮຸກຮານ ພ້ອມດ້ວຍລູກແລ້ງຕີນມືຂອງພວກເຂົາ, ສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ປາຖະກະຖາເປັນປະເທດ ສປປລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ພ້ອມດຽວກັນນີ້ຍັງໄດ້ປາຖະກະຖາຫວນຄືນມູນເຊື້ອວັນຊາດສາທາລະນະລັດ ກູບາ ຄົບຮອບ 64 ປີ ຕື່ມອີກ.

    ຈຸດປະສົງໃນການປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຂອງພັກຂອງຊາດໃນຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ຖັນແຖວພະນັກງານນັກຮົບ, ພະນັກງານ-ລັດຖະກອນອ້ອມຂ້າງເມືອງ ຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງວັນສໍາຄັນດັ່ງກ່າວ​ ​ແລະ ​ໃຫ້​ຮັບ​ຮູ້​ເຂົ້າ​ໃຈປະຫວັດຄວາມເປັນມາ ແລະ ການກໍາເນີດເຕີບໃຫ່ຍຂະຫຍາຍຕົວ ໃນພາລະກິດການຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ແລະ ການສ້າງສາພັດທະນາປະເທດຊາດຈົນມາເຖິງທຸນວັນນີ້ໄດ້ ດັ່ງຄໍາຂັວນທີວ່າ " ມີພວກເພິ່ນໃນວັນນັ້ນ ຈິງມີພວກເຮົາໃນວັນນີ້ " ດັ່ງນັ້ນຈິງຮຽກຮ້ອງມາຍັງຖັນແຖວພະນັກງານນັກຮົບ, ພະນັກງານ-ລັດຖະກອນອ້ອມຂ້າງເມືອງ ຈົ່ງເອົາເປັນແບບຢ່າງໃນຄູນງາມຄວາມດີຂອງນັກຮົບປະຕິວັດໃນເມື່ອກ່ອນເພື່ອນໍາມາຈັດຕັ້ງປະຕິບັດເຂົ້າໃນຊີວິດຕົວຈິງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

ພິທີພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກັບຄະນະໂຄສະນາສຶກສາແຂວງດຽນບ່ຽນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

257790
ມື້ນີ້ມື້ນີ້208
ມື້ວານນີ້ມື້ວານນີ້280
ອາທິດນີ້ອາທິດນີ້81
ເດືອນນີ້ເດືອນນີ້9089
ທັງໝົດທັງໝົດ257790

ກິດຈະກຳ