ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ເມືອງ ຜົ້ງສາລີ ປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ

ເມືອງ ຜົ້ງສາລີ ປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ

     ພິທິປາຖະກະຖາ ຫວນຄືນມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ ເປັນຕົ້ນແມ່ນວັນຜ່າວົງປິດລ້ອມຂອງກອງພັນທີ 2 ວີລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີວັນທີ 18 ພຶດສະພາ 1959 – 18 ພຶດສະພາ 2023, ວັນວີລະກໍາ

ໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກແລະ ແນວລາວຮັກຊາດ ຄົບຮອບ 63 ປີ ວັນທີ 24 ພຶດສະພາ 1960 – 24 ພຶດສະພາ 2023, ວັນໄຊຊະນະຂອງສະຫະພາບໂຊຫວຽດ ເໜືອຟາດສິດເຢຍລະມັນ ໃນສົ່ງຄາມໂລກຄັ້ງທີ II ຄົບຮອບ 78 ປີ ວັນທີ  9 ພຶດສະພາ 1945 – 9 ພຶດສະພາ 2023 ແລະ ວັນເກີດຂອງປະທານ ໂຮ່ຈີມີນ ຄົບຮອບ 133 ປີ ປີວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2023 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2023 ຢູ່ສະໂມສອນໃຫ່ຍຂອງເມືອງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ຂຶ້ນປາຖະກະຖາ ຂອງທ່ານ ບຸນເພັງ ສົມຈະເລີນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ - ພະນັກງານ ແລະ ການເມືອງ-ແນວຄິດຂັ້ນເມືອງ, ທ່ານ ສຸລິວັນ ແສນສະຕິ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ.

     ເຂົ້າຮ່ວມຮັບຟັງມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ - ປກສ ທະນະຄານນະໂຍບາຍໜ່ວຍບໍລິການເມືອງຜົ້ງສາລີ, ສູນບໍລິການໄຟຟ້າລາວປະຈໍາເມືອງຜົ້ງສາລີ, ໂຮງໜໍຊຸມຊົນຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງ ເຂົ້າຮ່ວມຮັບຟັງທັງໝົດ 185 ຄົນ, ຍິງ 97 ຄົນ.

     ຈຸດປະສົ່ງກໍ່ເພື່ອກໍ່ເພື່ອແນ່ໃສ່ໃຫ້ຖັນແຖວພະນັກງານ-ລັດຖະກອນຮັບຮູ້ເຂົ້າໃຈປະຫວັດຄວາມເປັນມາ ແລະ ການກໍາເນີດເຕີບໃຫ່ຍຂະຫຍາຍຕົວໃນພາລະກິດການຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ແລະ ການສ້າງສາພັດທະນາປະເທດຊາດຂອງບັນດາຜູ້ນໍາທີແສນຮັກໃນການຕໍ່ສູ້ກູ້ຊາດດັ່ງຄໍາຂັວນທີ່ວ່າມີພວກເພີນໃນວັນນັ້ນຈິງມີພວກເຮົາໃນວັນນີ້ດັ່ງນັ້ນພວກເຮົາຜູ້ພະນັກງານໜຸ່ມນ້ອຍຈົ່ງເອົາເປັນແບບຢ່າງໃນຄູນງາມຄວາມດີຂອງນັກຮົບປະຕິວັດໃນເມື່ອກ່ອນເພື່ອນໍາມາຈັດຕັ້ງປະຕິບັດເຂົ້າໃນຊີວິດຕົວຈິງໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

313288
ມື້ນີ້ມື້ນີ້234
ມື້ວານນີ້ມື້ວານນີ້85
ອາທິດນີ້ອາທິດນີ້1969
ເດືອນນີ້ເດືອນນີ້7808
ທັງໝົດທັງໝົດ313288

ກິດຈະກຳ