ເມືອງຂວາ ປາຖະກະຖາວັນສຳຄັນຂອງພັກຂອງຊາດ ແລະ ສາກົນ ປະຈຳເດືອນ ຕຸລາ 2022
ໃນຕອນເຊົ້າຂອງວັນທີ 25 ຕຸລາ 2022 ຜ່ານມານິ້, ຢູ່ທີ່ສະໂມສອນຂອງເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ - ຂອງຊາດ ແລະ ສາກົນ ໂດຍການເຂົ້າຮ່ວມເຜີຍແຜ່ເອກະສານ ຂອງທ່ານ ຄຳໄລ ສຸທິພອນ ຮອງເລຂາພັກເມືອງ, ປະທານ
ແນວລາວສ້າງຊາດເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງການ, ພະັກງານວາວຸໂສບຳນານ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ລັດວີສາຫະກິດ, ເລຂາພັກບ້ານ - ນາຍບ້ານ ໃນເທດສະບານເມືອງເຂົ້າຮ່ວມທັງໝົດ 173 ທ່ານ, ຍິງ 64 ທ່ານ
ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນິ້ ປະກອບມີເອກສານ: ວັນສ້າງຕັ້ງການທູດລາວຄົບຮອບ 77 ປີ (12 ຕຸລາ 1945 – 12 ຕຸລາ 2022); ສະເໜີໂດຍ ທ່ານ ແສງສຸລີ ວົງສະຫວັນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເອກະສານ ວັນຊາດສປຈີນ ຄົບຮອບ 73 ປີ( 1 ຕຸລາ 1949 – 1 ຕຸລາ 2022) ສະເໜີໂດຍ ທ່ານບຸນແກ້ວ ເລທິວັນ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ເອກະສານວັນລະນຶກສາກົນ ຄົບຮອບ 33 ປີ ແລະ ວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຂອງສປປລາວ ຄົບຮອບ19 ປີ (17 ຕຸລາ 1987 – 17 ຕຸລາ 2022 ແລະ 24 ຕຸລາ 2003 – 24 ຕຸລາ 2022); ສະເໜີໂດຍ ທ່ານ ວົງເດືອນ ພູມມີທຳ ກຳມະການປະຈຳພັກເມືອງ, ຮອງເຈົ້າເມືອງ, ເອກະສານວັນປະກາດເອກະລາດ ຄົບຮອບ 77 ປີ (12 ຕຸລາ 1945 – 12 ຕຸລາ 2022) ສະເໜີໂດຍ ທ່ານ ຄຳໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ຊຶ່ງທັງ 4 ທ່ານ ກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງແຕ່ລະເອກະສານ ຕັ້ງແຕ່ກ່ອນຈົນຮອດປະຈຸບັນ.
ຈຸດປະສົງຂອງການປາຖະກະຖາຄັ້ງນິ້ ກໍ່ເພື່ອແນໃສ່ເຮັດສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໄດ້ຮຽນຮູ້ ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງ 4 ວັນສຳຄັນດັ່ງກ່າວ ແລະ ກຳແໜ້ນເອົາບາງບົດຮຽນ ທີ່ກ່ຽວພັນກັບຕົນເອງໄປຜັນຂະຫຍາຍໃນວຽກງານຕົວຈິ່ງໃຫ້ມີຜົນສຳເລັດເທື່ອກ້າວ.
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 304 |
![]() | ອາທິດນີ້ | 1715 |
![]() | ເດືອນນີ້ | 7975 |
![]() | ທັງໝົດ | 237101 |