ເມືອງຂວາ ແຂວງຜົ້ງສາລີ
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມສຳຄັນຂອງແຂວງ ຢູ່ ສອງກອງບັນຊາການ ປກຊ-ປກສ ເມືອງ
ໃນວັນທີ 23 ມີນາ 2023 ຜ່ານມາ ຄະນະໂຄສະນາອົບຮົມເມືອງຂວາ ໄດ້ຈັດຕັ້ງເຊື່ອມຊຶຶມ ແລະ ຜັນຂະຫຍາຍ ເນື້ອໃນກອງປະຊຸມຄົບຄະນະບໍລິິຫານງານພັກແຂວງ ຄັັ້ງທີ 6 ສະໄໝທີ XI, ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ II ໃນທົ່ວແຂວງ ຜົ້ງສາລີ ແລະ ກອງປະຊຸມ
ອົງການປົກຄອງແຂວງ ຄັ້ງທີ 5 ສະໄໝ IX ຢູ່ສອງກອງບັນຊາການ ປກຊ-ປກສ ເມືອງ ແລະ ຂົງເຂດຕຸລາການ ທີ່ຫ້ອງປະຊຸມ ປກຊ-ປກສ ເມືອງ, ເຂົ້າຮ່ວມເປັນປະທານໂດຍ ສະຫາຍ ຄໍາໝອນ ແສງວິໄລ ກໍາມະການປະຈໍາພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ, ມີບັນດາຄະນະພັກຮາກຖານ, ເລຂາໜ່ວຍພັກ, ມີບັນດາສະມາຊິກພັກ, ພະນັກງານນັກຮົບສອງກໍາລັງ, ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ, ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 114 ສະຫາຍ, ຍິງ 26 ສະຫາຍ.
ຄະນະຈັດຕັ້ງໄດ້ສະເໜີຈຸດປະສົງ ແລະ ເປົ້າໝາຍ ໃນການເຊື່ອມຊຶມ ແລະ ຜັນຂະຫຍາຍໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຫລັງຈາກນັ້ນ ປະທານກອງປະຊຸມໄດ້ສະເໜີຜ່ານເອກະສານເນື້ອໃນກອງປະຊຸມຄົບຄະນະບໍລິິຫານງານພັກແຂວງ ຄັັ້ງທີ 6 ສະໄໝທີ XI, ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ II ໃນທົ່ວແຂວງ ຜົ້ງສາລີ ແລະ ກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 5 ສະໄໝ IX;
ປະທານກອງປະຊຸມໄດ້ເນັ້ນໜັກບາງບັນຫາໃຫ້ຜູ້ແທນກອງປະຊຸມຫ້ເອົາໃຈໃສ່ ແລະ ສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີເຊັ່ນ: ໃຫ້ແຕ່ລະສະຫາຍກໍາແໜ້ນແນວທາງນະໂຍບາຍມະຕິ, ຄໍາສັ່ງແຕ່ລະຂັ້ນ, ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ຕາມກົດລະບຽບ ຂອງພັກວາງອອກ, ເອົາໃຈໃສ່ຊີ້ນໍາ ແລະ ສ້າງຄວາມເຂັ້ມແຂງໃຫ້ 4ປະເພດຮາກຖານການເມືອງ ເພາະ ຄວາມທຸກຍາກ, ບັນຫາ ແລະ ປະກົດການຫຍໍ້ທໍ້ ກໍ່ໃຫ້ເກີດຢູ່ໃນຮາກຖານ, ສືບຕໍ່ແກ້ໄຂ 8ບັນຫາທີ່ແຂວງເຮົາປະເຊີນຢູ່, ການປະຕິບັດ 16 ວຽກໃຫຍ່, 6ເປົ້າໝາຍ, 11 ວຽກຈຸດສຸມ, 4ໜ້າວຽກ, 15 ຈຸດສຸມ ( 7 ຈຸດສ້າງເປັນຕົວເມືອງນ້ອຍ ຂອງແຂວງ ເປັນຕົ້ນແມ່ນ 2 ຈຸດ ຂອງເມືອງຂວາ ) ເພື່ອພັດທະນາແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ 9ແຜນງານ 6 ທາງອອກຂອງແຂວງ ແລະ 5ທາງອອກຂອງເມືອງ, ສຸມໃສ່ແກ້ໄຂຄວາມທຸກຍາກ 128 ບ້ານໃນທົ່ວແຂວງ ເວົ້າສະເພາະເມືອງຂວາ 36 ບ້ານໃນທົ່ວເມືອງ ແລະ ສະຫຼູບຕີລາຄາກະແສແນວຄິດ ຂອງຄະນະພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ຊາວໜຸ່ມ, ແມ່ຍິງ, ນັກທຸລະກິດ, ນັກຮຽນປັນຍາຊົນ, ປະຊາຊົນບັນດາເຜົ່າ.
ໃນຕອນທ້າຍກອງປະຊຸມ ປະທານກອງປະຊຸມ ໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມເປັນເຈົ້າການນໍາເອົາບັນດາເນື້ອໃນກອງປະຊຸມດັ່ງກ່າວ ນໍາໄປຈັດຕັ້ງປະຕິບັດ ແລະ ມູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ໄດ້ຮັບໝາກຜົນ.
![]() | ມື້ນີ້ | 86 |
![]() | ມື້ວານນີ້ | 323 |
![]() | ອາທິດນີ້ | 1385 |
![]() | ເດືອນນີ້ | 409 |
![]() | ທັງໝົດ | 285900 |