ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ເມືອງບຸນໃຕ້ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 68 ປີ

ເມືອງບຸນໃຕ້ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 68 ປີ

     ​ໃນຕອນ​ເຊົ້າ​ຂອງ ວັນ​ທີ  22 ມີນາ  ປີ 2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງ ບຸນ​ໃຕ້ ​ໄດ້​ຈັດ​ຕັ້​ງພິ​ທີປາ​ຖະ​ກະ​ຖາ​ເລົ່​ມູນ​ເຊື້ອ​ 2 ເອ​ກະ​ສານ​ຄື: ວັນ​ສ້າງ​ຕັ້ງ​ ພັກ​ປະ​ຊາ​ຊົນ​ລາວ ປະ​ຕິ​ບັດ​ລາວ ຄົບ​ຮອບ 68 ປີ, ວັນ​ຄຽດ​ແຄ້ນ​ຂອງປະ​ຊາ​ຊົນ​ລາວ - ນັກ​ຣົບ​ເສຍ​ອົງ​ຄະ ແລະ ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ ຄົບ​ຮອບ 77 ປີ ທີ່​ສະ​ໂມ​ສອນ​

ຂອງ​ຫ້ອງວ່າ​ການ​ເມືອງ ​ໂດຍ​ພາຍ​ໃຕ້ເປັນ​ປະ​ທານຂອງທ່ານ ອ່ອນຄຳ ອິນ​ແສງ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ພັກ​ເມືອງ, ເຈົ້າ​ເມືອງ - ເມືອງ​ບຸນ​ໃຕ້ ເຂົ້າຮ່ວມມີບັນດາທ່ານຄະນະປະຈຳພັກເມືອງ, ​ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ, ກຳມະການພັກເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງການ, ປະ​ທານ - ຮອງ​ປະ​ທານ, ຫົວ​ໜ້າ - ຮອງ​ຫົວ​ໜ້າ, ກອງ​ບັນ​ຊາ​ການ​ປກ​ສ - ປກ​ສ, ອຳ​ນວນ​ການ​ໂຮງ​ຮຽນ - ໂຮງ​ໝໍ, ລັດ​ວິ​ຊາ​ຫະ​ກິດ ພະ​ນັກ​ງານສະ​ມາ​ຊິກ​ພັກ​ອ້ອມ​ຂ້າງ​ເມືອງ ມີ​ຜູ້ເຂົ້​າ​ຮ່ວມກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ມີ​ຈຳ​ນວນ​ທັງ​ໝົດ 147 ສະ​ຫາຍ, ຍິງ 62 ສະ​ຫາຍ.

     ໃນພິທີ, ​​ທ່ານ ອ່ອນຄຳ ອິນ​ແສງ ກຳ​ມະ​ການ​ພັກ​ແຂວງ ເລ​ຂາ​ພັກ​ເມືອງ, ເຈົ້າ​ເມືອງ - ເມືອງ​ບຸນ​ໃຕ້ ​ໄດ້ໃຫ້ຫກຽດຂຶ້ນ​ຜ່ານ ເອ​ກະ​ສານ​ເລົ່າ​ມູນ​ເຊື້ອ, ວັນ​ສ້າງ​ຕັ້ງ​ ພັກ​ປະ​ຊາ​ຊົນ​ລາວ ປະ​ຕິ​ບັດ​ລາວ ຄົບ​ຮອບ 68 ປີ ຊຶ່ງ​​ທ່ານໄດ້​ຍົກ​ໃຫ້​ເຫັນ​ຜ່ານ​ການ​ຈັດ​ຕັ້ງ​ວຽກ​ງານພັກ​ຕ່າງໆ ໃນ​ໄລ​ຍະຜ່ານ​ມາ. ຫຼັງຈາກນັ້ນ, ທ່ານ ສານ​ມະ​ນີ ອິນ​ດາ​ວົງ ຮອງເລ​ຂາ​ພັກ​ເມືອງ, ຜູ້​ຊີ້​ນຳ​ຂົງ​ເຂດ​ພັກ​ພະ​ນັກ​ງານ - ລັດ​ຖະ​ກອນ ກໍໄດ້ໃຫ້ກຽດ​ຂຶ້ນ​ຜ່ານ ເອ​ກະ​ສານມູນ​ເຊື້ອ, ວັນ​ຄຽດ​ແຄ້ນ​ຂອງປະ​ຊາ​ຊົນ​ລາວ - ນັກ​ຣົບ​ເສຍ​ອົງ​ຄະ ແລະ ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ ຄົບ​ຮອບ 77 ປີ ຊິ່ງ​​ທ່ານໄດ້​ຍົກ​ໃຫ້​ເຫັນຄວາມ​​ຄຽດ​ແຄ້ນ​ຂອງ​ປະ​ຊາ​ຊົນ​ລາວໃນ​ໄລ​ຍະຜ່ານ​ມາ.

     ຕອນ​ທ້າຍ​ທ່ານ ອ່ອນຄຳ ອິນ​ແສງ ກຳ​ມະ​ການ​ພັກ​ແຂວງ ເລ​ຂາ​ພັກ​ເມືອງ, ເຈົ້າ​ເມືອງ - ເມືອງ​ບຸນ​ໃຕ້ ​ໄດ້​ມີ​ທັດ​ສະ​ນ​ະ​ໂອ້​ລົມ​ຕໍ່​ກອງ​ປະ​ຊຸມ  ຊຶ່ງ​ກ່ອນ​ອື່ນ ທ່ານກໍ່​ສະ​ແດງ​ຄວາມ​ສົມ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ຍາດ​ມາ​ໄດ້ ຈະ​ເປັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ການ​ແກ້​ໄຂ​ຄວາມ​ທຸກ​ຍາກ, ສ​ະ​ພາບ​ຂອງ​ພັກ ແລະຄວາມ​​ຄຽດ​ແຄ້ນ​ຂອງ​ປະ​ຊາ​ຊົນ​ລາວ,  ຕາມ​ມະ​ຕິ, ຄຳ​ສັງ​ແນະ​ນຳ, ​ກ່ຽວ​ກັບ​ສ້າງ​ແຂວງ​ເປັນ​ຫົວ​ໜ່ວຍຍຸດ​ທະ​ສາດ​ ສ້າງ​ເມືອງ​ເປັນ​ຫົວ​ໜ່ວຍ​ເຂັ້ມ​ແຂງ​ຮອບ​ດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວ​ໜ່ວຍ​ພັດ​ທະ​ນາ, ເຮັດ​ແຕ່​ລະ​ຮາກ​ຖານ​​ມີ​ຄວາມ​ເຂັ້ມ​ແຂງ, ປະ​ຕິ​ບັດ​ຕາມ​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າ​ທີ​ຂອງ​ຕົນ​ຢ່າງ​ຖຶກ​ຕ້ອງ ແລະ ມີ​ປະ​ສິດ​ຕິ​ຜົນ​ສູງ, ຕິດ​ພັນ​ກັບ​ການ​ເສີມ​ຂະ​ຫຍາຍ​ເປັນ​ເຈົ້າ​ການ ແລະ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ໃນ​ການ​ຄູ້ມ​ຄອງ​ພັກ-ລັດ, ຄູ້ມ​ຄອງ​ເສດ​ຖະ​ກິດ - ສັງ​ຄົມ ຢູ່​ທ້ອງ​ຖີ່ນ​ໃຫ້​ດີ​ຂື້ນ​ເທື່ອ​ລະ​ກ່າວ. ​​​ມີ​ຄວາມ​ໜາຍ​ຄວາ​ມສຳ​ຄັນ​ດັ່ງ​ກ່າວ​ໄດ້​ໃຊ້​ເວ​ລາ 1 ຕອນ ແລະ ອັດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ພິທີພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກັບຄະນະໂຄສະນາສຶກສາແຂວງດຽນບ່ຽນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

285902
ມື້ນີ້ມື້ນີ້88
ມື້ວານນີ້ມື້ວານນີ້323
ອາທິດນີ້ອາທິດນີ້1387
ເດືອນນີ້ເດືອນນີ້411
ທັງໝົດທັງໝົດ285902

ກິດຈະກຳ