.
ແຂວງຜົ້ງສາລີ ປາຖະກະຖາວັນສຳຄັນຂອງຊາດ ແລະ ສາກົນ ປະຈໍາເດືອນພຶດສະພາ 2022
ຕອນເຊົ້າຂອງວັນທີ 25 ພຶດສະພາ 2022 ນີ້, ຢູ່ຫ້ອງປະຊຸມຊັ້ນ 5 ຂອງຫ້ອງວ່າການແຂວງ ທາງຄະນະໂຄສະນາອົບຮົມແຂວງໄດ້ຈັດໃຫ້ມີພິທີປາຖະກະຖາກ່ຽວກັບວັນສຳຄັນຂອງຊາດ ແລະ ສາກົນຄື: ວິລະກຳຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 63 ປີ, ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 62 ປີ, ວັນໄຊຊະນະບັ້ນຮົບດຽນບ່ຽນຟູ ຄົບຮອບ 68 ປີ ແລະ ວັນເກີດປະທານ ໂຮ່ຈິມິນ ຄົບຮອບ 132 ປີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າ
ຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມຮັບຟັງມີບັນດາທ່ານກຳມະການພັກແຂວງ, ຮອງຫົວໜ້າພະແນການ, ອົງການຈັດຕັ້ງມະຫະຊົນ, ລັດວິສະຫະກິດອ້ອມຂ້າງແຂວງຄະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.
ໃນການປາຖະກະຖາ ໃນຄັ້ງນີ້ ສະຫາຍ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈິມິນ ໃນການປະກອບສ່ວນອັນສຳຄັນຂອງເພິ່ນ ໃນຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ເພື່ອຍາດເອົາເອກະລາດອຳນາດມາໃຫ້ແກ່ຊາວຜູ້ອອກແຮງງານ ພາຍໃນປະເທດຕ່າງໆຂອງໂລກ; ພ້ອມກັນນັ້ນທ່ານຍັງໄດ້ຍົກໃຫ້ເຫັນເຖິງ ວັນໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດ ໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດ ສາດຂອງຊາດ ແລະ ຂອງໂລກຢູ່ໃນສັດຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນ, ຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນບໍ່ກວ້າງໃຫຍ່, ປະຊາກອນບໍ່ຫຼາຍ, ເສດຖະກິດຫຼ້າຫຼັງ ແລະ ຂະຫຍາຍຕົວຊັກຊ້າ; ກຳລັງທະຫານອ່ອນນ້ອຍ ພາຫະນະອຸປະກອນຍັງມີໜ້ອຍ ແຕ່ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີການຊີ້ນຳ-ນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່; ຮູ້ໝູນໃຊ້ກຳລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດໃຫ້ສົງຄາມປະຊາຊົນ, ສາມາດຕີເອົາໄຊຊະນະກັບສັດຕູຜູ້ທີ່ມາຮຸກຮານ ທີ່ມີພື້ນ ຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫຼາຍເທົ່າ.
ຈາກນັ້ນທ່ານ ນາງ ຈັນມະນີ ນາມວົງ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນການຜ່າວົງປິດລ້ອມ ຂອງກອງພັນທີ 2 ໄດ້ສ່ອງແສງໃຫ້ເຫັນວ່າ ການນຳພາຂອງພັກທີ່ຖືກຕ້ອງສະຫລາດສ່ອງໃສ ຂະບວນການຕໍ່ສູ້ຂອງພວກເຮົາເປັນທຳ, ແມ່ນໄຊຊະນະອັນໃຫຍ່ຫລວງຂອງກຳລັງປະກອບອາວຸດ ທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດ ໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນ ຍາດເອົາໄຊຊະນະໃນໄລຍະຕໍ່ມາ, ກອງພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອ ຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນລາວຜູ້ຮັກຊາດ, ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມຈົງຮັກພັກດີ ແລະ ຄວາມສາມັກຄີເປັນຈິດໜື່ງໃຈດຽວ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງສາເຫດການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາ ໄປສູ່ຖານທີ່ໝັ້ນປະຕິວັດຢ່າງປອດໄພ ຍ້ອນການນຳພາອັນສະຫລາດສ່ອງໃສ ແລະ ປີຊາສາມາດ ຂອງປະທານ ສຸພາ ນຸວົງ ຍ້ອນນໍ້າໃຈຮັກຊາດອັນແຮງກ້າ ຂອງບັນດາຜູ້ນຳເຮົາ ທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫລະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູ ກາຍເປັນມິດສະຫາຍ ຮ່ວມຕາຍນຳກັນ.
![]() | ມື້ນີ້ | 39 |
![]() | ມື້ວານນີ້ | 304 |
![]() | ອາທິດນີ້ | 1714 |
![]() | ເດືອນນີ້ | 7974 |
![]() | ທັງໝົດ | 237100 |