ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ປາຖະກະວັນສ້າງຕັ້ງແມ່ຍິງລາວຄົບຮອບ 67 ປີ
ຕອນເຊົ້າຂອງວັນທີ 19 ກໍລະກົດ 2022 ນີ້ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດຕັ້ງປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ ( 20 ກໍລະກົດ 1955 - 20 ກໍລະກົດ 2022) ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນ. ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາ
ສະມາຊິກແມ່ຍິງພາຍໃນໜ່ວຍ, ຕາງໜ້າໜ່ວຍກຳມະບານຮາກຖານ ແລະ ໜ່ວຍຊາວໜຸ່ມ ເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ 10 ສະຫາຍ.
ໃນພິທີ ສະຫາຍ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າມູນເຊື້ອຂອງແມ່ຍິງລາວ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດ,ການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ກໍ່ຄືການພັດທະນາແມ່ຍິງໃນຕະຫຼອດໄລຍະ 67 ປີ ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ສະຫະພັນແມ່ຍິງໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງ ໃນການນໍາພາຈັດຕັ້ງໃຫ້ມີການເຄື່ວນໄຫວປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໂດຍພື້ນຖານ ແລະ ຂະຫຍາຍຕົວຢ່າງກວ້າງ ຂວາງໃນແຕ່ລະຂົງເຂດວຽກງານ ແຕ່ສູນກາງລົງສູ່ທ້ອງຖິ່ນຮາກຖານ ສະມາຊິກແມ່ຍິງຕ້ອງໄດ້ຮັບການບໍາລຸງກໍ່ສ້າງຢ່າງຕໍ່ ເນື່ອງ ເພື່ອສ້າງໃຫ້ແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ເສີມຂະຫຍາຍມູນເຊື້ອໃຫ້ແມ່ຍິງລາວ ມີນໍ້າໃຈຮັກເຊື້ອແພງຊາດ, ເອື້ອເຟື້ອເພື່ອແພ່ ່ຮັກແພງຊ່ວຍເຫຼຶີອເຊິ່ງກັນ ແລະ ກັນ, ມີຄວາມດຸໝັ່ນອົດທົນຕໍ່ໜ້າທີ່ວຽກງານ, ມີຄວາມບໍລິສຸດອັນຊອບທໍາ ທັງນີ້ກໍ່ເພື່ອເຮັດໃຫ້ສະມາຊິກສະຫະພັນແມ່ຍິງລາວບັນດາເຜົ່າ ມີຄວາມຮັບຮູ້, ເຂົ້າໃຈ ກ່ຽວການປະຫວັດຄວາມເປັນມາແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນເມື່ອກ່ອນ ເພື່ອໃຫ້ເອື້ອຍນ້ອງແມ່ຍິງ ໄດ້ມີຄວາມຮັບຮູ້ເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ນໍາເອົາມູນເຊື້ອ ອັນອົງອາດກ້າ ແກ່ນຂອງເອື້ອຍນ້ອງແມ່ຍິງລາວ ໃນການຕໍ່ສູ້ກູ້ຊາດເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນມາເຖິງທຸກວັນນີ້.
ໃນໂອກາດດັ່ງກ່າວ ຍັງໄດ້ມອບໃບຍ້ອງຍໍເນຶີ້ອໃນຂໍ້ແຂ່ງຂັນແມ່ຍິງ 3 ດີ ໃຫ້ສະມາຊິກແມ່ຍິງທີ່ມີຜົນງານດີເດັ່ນ ສະໄໝທີ VII ( 2016-2020 ) ຕຶ່ີມອີກ.
![]() | ມື້ນີ້ | 51 |
![]() | ມື້ວານນີ້ | 304 |
![]() | ອາທິດນີ້ | 1726 |
![]() | ເດືອນນີ້ | 7986 |
![]() | ທັງໝົດ | 237112 |