ແຂວງຜົ້ງສາລີ ເປີດກອງປະຊຸມວຽກງານການເມືອງ - ແນວຄິດ ທົ່ວແຂວງ ຄັ້ງທີ II
ກອງປະຊຸມວຽກງານການເມືອງ - ແນວຄິດ ທົ່ວແຂວງຜົ້ງສາລີ ຄັ້ງທີ II ໄດ້ຈັດຂຶ້ນໃນລະຫ່ວາງວັນທີ 12-13 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງ ພາຍໃຕ້ຫົວຂໍ້ ”ເພີ່ມທະວີການນຳພາຂອງພັກທຸກຂັ້ນ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ວຽກງານການເມືອງ - ແນວຄິດ ເຂົ້າສູ່ຄຸນນະພາບໃໝ່”, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳຜອຍ ວັນນະສານ ກຳມະການ
ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ມີບັນດາສະຫາຍກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ - ຮອງເລຂາພັກເມືອງ ທົ່ວແຂວງ, ບັນດາສະຫາຍເລຂາຄະນະະພັກຮາກຖານ, ເລຂາໜ່ວຍພັກ, ອາດິດພະນັກງານການນຳຂອງແຂວງຕະຫຼອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ, ຜູ້ຊີ້ນຳວງກງານພັກ-ພະນັກງານ ແລະ ວຽກງານແນວຄິດ ຂັ້ນແຂວງ ໄດ້ສະເໜີຜ່ານ 2 ເອະສານ ທີ່ສຳຄັນເປັນຕົ້ນແມ່ນ: ເຜີຍແຜ່ເຊື່ອມມະຕິກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດຄັ້ງທີ V, ເຜີຍແຜ່ເຊື່ອມຊຶມບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດຄັ້ງທີ V. ຈາກນັ້ນສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການເມືອງ - ແນວຄິດ ໄລຍະແຕ່ປີ 2003 ເຖິງປີ 2022 ແລະ ການເພີ່ມທະວີນໍາພາ-ຊີ້ນຳວຽກງານແນວຄິດໃນຕໍ່ໜ້າ ຂອງແຂວງຜົ້ງສາລີ ຊຶ່ງໄລຍະແຕ່ປີ 2003 - 2022 ຜ່ານມາ ຄະນະພັກແຕ່ລະຂັ້ນໄດ້ການສຶກສາອົບຮົມ ນໍາພາການເມືອງ-ແນວຄິດ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຂອງພັກ ເປັນປົກກະຕິ, ພ້ອມກັນນັ້ນທາງແຂວງໄດ້ເອົາໃຈໃສ່ບໍາລຸງ ແລະ ກໍ່ສ້າງພະນັກງານ ທາງດ້ານທິດສະດີການເມືອງ - ການປົກຄອງ ດ້ວຍລະບົບກໍ່ສ້າງ ແລະ ລະບົບບໍາລຸງ ຢູ່ພາຍໃນ ແລະ ຕ່າງປະເທດ. ປີ 2002 ແຂວງຜົ້ງສາລີ ໄດ້ສ້າງຕັ້ງໂຮງຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງຂອງແຂວງ ແລະ ໄດ້ເປີດການຮຽນການສອນມາຮອດປີ 2022 ໄດ້ XI ຊຸດ, ໃນນີ້: ມີພະນັກງານນໍາພາ-ຄຸ້ມຄອງຮຽນຈົບໄປ 513 ສະຫາຍ, ຍິງ 122 ສະຫາຍ ແລະ ກໍາລັງສຶກສາຢູ່ 63 ສະຫາຍ, ຍິງ 22 ສະຫາຍ; ພ້ອມກັນນັ້ນກໍ່ໄດ້ເປີດຊຸດບໍາລຸງທິດສະດີຂັ້ນຕົ້ນ 3 ເດືອນໄດ້ 2 ຊຸດ ຢູ່ເມືອງຍອດອູ ແລະ ເມືອງສຳພັນ, ມີຜູ້ເຂົ້າຮ່ວມ 62 ສະຫາຍ, ຍິງ 19 ສະຫາຍ; ເປີດລະບົບ 45 ວັນໄດ້ 3 ຊຸດ ມີນັກສຶກສາ 134 ສະຫາຍ, ຍິງ 21 ສະຫາຍ ແລະ ລະບົບ 10 ວັນ ໃຫ້ເລຂາພັກ-ນາຍບ້ານຢູ່ 7 ເມືອງໃນທົ່ວແຂວງ ໄດ້ 7 ຊຸດ, ມີຜູ້ເຂົ້າຮ່ວມ 444 ສະຫາຍ, ຍິງ 15 ສະຫາຍ. ໄດ້ສົ່ງພະນັກງານໄປສຶກສາຮໍ່າຮຽນ, ຄົ້ນຄ້ວາທິດສະດີການເມືອງ - ການປົກຄອງຢູ່ພາຍໃນ ແລະ ຕ່າງປະເທດໃນແຕ່ລະປີ, ຊຶ່ງມາຮອດປີ 2022 ທົ່ວແຂວງມີພະນັກງານໄດ້ຈົບທິດການເມືອງ-ການປົກຄອງໃນລະບົບຕ່າງໆທັງໝົດ 1.245 ສະຫາຍ, ຍິງ 370 ສະຫາຍ ກວມ 20 % ຂອງລັດຖະກອນ 6.114 ຄົນ ໃນທົ່ວແຂວງ; ໃນນັ້ນ ຂັ້ນສູງ 503 ສະຫາຍ, ຍິງ 132 ສະຫາຍ; ຂັ້ນກາງ 464 ສະຫາຍ, ຍິງ 139 ສະຫາຍ; ຂັ້ນຕົ້ນ 128 ສະຫາຍ, ຍິງ 39 ສະ ຫາຍ ແລະ ລະບົບບໍາລຸງ 155 ສະຫາຍ, ຍິງ 60 ສະຫາຍ. ໂດຍລວມແລ້ວສະພາບ ແລະ ກະແສແນວຄິດ ຂອງພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ, ຊັ້ນຄົນພາຍໃນແຂວງຜົ້ງສາລີ ແມ່ນມີແນວຄິດສະຫງົບ, ມີຄວາມອຸ່ນອ່ຽນ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ແລະ ມີຄວາມພະຍາຍາມ, ມີຄວາມອົດທົນ ຕໍ່ການການປະຕິບັດໜ້າທີ່ ແລະ ການດໍາລົງຊີວິດ ແລະ ທໍາມາຫາກິນ, ປະກອບອາຊີບ ຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າກໍ່ໄດ້ປະກອບຄຳຄິດຄຳເຫັນໃນແຕ່ລະຂົງເຂດຕໍ່ກັບວຽກງານການເມືອງ - ແນວຄິດ ເປັນຕົ້ນຂົງເຂດການເມືອງ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງມະຫາຊົນ ແລະ ຜູ້ປະກອບການ, ນັກລົງທຶນທັງພາຍໃນແລະ ຕ່າງປະເທດ ດ້ວຍຄວາມຮັບຜິດຊອບ ແລະ ເປັນເອກະພາບກັນຢ່າງສູງ ຕໍ່ການຕີລາຄາ ບັນດາຂໍ້ຄົງຄ້າງ, ຄວາມຂາດຕົກບົກພ່ອງ ໃນການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ທິດສະດີ ຂອງພັກ ກໍ່ຄື ສະພາບການເມືອງ-ແນວຄິດ ໃນໄລຍະຜ່ານມາ ພ້ອມທັງຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ເພື່ອກຳນົດທິດທາງ, ວິທີການ ແລະ ມາດຕະການປັບປຸງ, ແກ້ໄຂ ຢ່າງຈິງຈັງ ແລະ ສອດຄ່ອງ ກັບການເລັ່ງທວງ ຂອງສະພາບການຕ່າງໆ ໃນຊຸມປີຕໍ່ໜ້າ.
ໂອກາດດັ່ງກ່າວ, ສະຫາຍ ຄຳຜອຍ ວັນນະສານ ໄດ້ມີຄຳເຫັນໂອລົມ ໂດຍສະຫາຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະພັກແຕ່ລະຂັ້ນ, ທີ່ໄດ້ເອົາໃຈໃສ່ນຳພາຊີ້ນຳ ການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໃນໄລຍະທີ່ຜ່ານມາ ເຊິ່ງໄດ້ມີຄວາມພະຍາຍາມສ້າງການຫັນປ່ຽນໃໝ່ທາງດ້ານເນື້ອໃນ ແລະ ຮູບການ ຂອງວຽກ ງານດັ່ງກ່າວ, ພ້ອມນັ້ນ, ສະຫາຍ ຄຳຜອຍ ວັນນະສານ ຍັງໄດ້ຮຽກຮ້ອງຖືເອົາວຽກງານການເມືອງ-ແນວຄິດ ເປັນສະໜາມຮົບແຖວໜ້າອັນໜຶ່ງ ໃນວຽກງານຂອງພັກເຮົາໃນໄລຍະໃໝ່ ພ້ອມທັງຍົກໃຫ້ເຫັນຄວາມຈໍາເປັນທີ່ ຕ້ອງໄດ້ເພີ່ມທະວີການ ນໍາພາຂອງພັກ ຕໍ່ວຽກງານການເມືອງ-ແນວຄິດ ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ຕອບສະໜອງການເລັ່ງທວງ ຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ທັງໄດ້ເນັ້ນທິດທາງ, ຄາດໝາຍໃຫຍ່ ຕ້ອງໄດ້ສູ້ຊົນຈັດຕັ້ງ ປະຕິບັດໃນຕໍ່ໜ້າ.
![]() | ມື້ນີ້ | 68 |
![]() | ມື້ວານນີ້ | 323 |
![]() | ອາທິດນີ້ | 1367 |
![]() | ເດືອນນີ້ | 391 |
![]() | ທັງໝົດ | 285882 |