ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ແຂວງຜົ້ງສາລີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ວັນຊາດ ກູບາ ຄົບຮອບ 64 ປີ

ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ວັນຊາດ ກູບາ ຄົບຮອບ 64 ປີ

     ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949  - 20 ມັງກອນ 2023) ແລະ ວັນຊາດ ສາທາລະນະລັດ ກູບາ ຄົບຮອບ 64 ປີ (1 ມັງກອນ 1959 – 1 ມັງກອນ 2023) ໄດ້ຈັດຂຶ້ນ ໃນວັນທີ 20 ມັງກອນ 2023 ຢູ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງ, ໂດຍພາຍໃຕ້ການເປັນປະທານ

ຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມຮັບຟັງມີບັນດາທ່ານ ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສະຫະກິດອ້ອມຂ້າງແຂວງຕະຫຼອດຮອດພະນັກງານຫຼັກແຫລ່ງເຂົ້າຮ່ວມ.

     ໃນການຫວນຄືນມູນເຊື້ອ ວັນສໍາຄັນຂອງຊາດ ແລະ ສາກົນຄັ້ງນີ້, ນາງ ຈັນມະນີ ນາມວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ ຂອງກອງທັບປະຊາຊົນລາວ, ພ້ອມມູນເຊື້ອອັນພິລະອາດຫານ, ໄຊຊະນະ ແລະ ຜົນງານອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ເຊິ່ງໃນທ້າຍສັດຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວ, ໂດຍປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຢ່າງອົງອາດກ້າຫານ ແລະ ເປັນຂະບວນໃນທົ່ວປະເທດ, ແຕ່ການຕໍ່ສູ້ໃນເວລານັ້ນກໍ່ບໍ່ໄດ້ຮັບໄຊຊະນະ ຍ້ອນຂາດການນຳພາ.

     ມາຮອດປີ 1930 ພັກຄອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ, ນັບແຕ່ນັ້ນມາ ພາຍໃຕ້ການນຳພາຂອງພັກ ການປະຕິວັດຂອງປະຊາຊົນລາວ ໄດ້ກ້າວເຂົ້າສູ່ໄລຍະໄໝ່ ແລະ ດ້ວຍຄຸນນະພາບໃໝ່ ພັກເຮົາໄດ້ນຳພາທົ່ວປວງຊົນລຸກຂຶ້ນຕໍ່ສູ້ ແລະ ຢືດອຳນາດທົ່ວປະເທດໃນເດືອນສິງຫາ 1945 ແລະ ປະກາດເອກະລາດ ໃນວັນທີ12 ຕຸລາ 1945. ປີ 1946 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ກັບຄືນມາຮຸກຮານລາວເປັນຄັ້ງທີ 2 ພາຍໃຕ້ການນຳພາຂອງພັກປະຊາຊົນລາວ ໄດ້ເດັດດ່ຽວດຳເນີນການຕໍ່ສູ້ຕ້ານການຮຸກຮານຂອງພວກຝຣັ່ງ. ວັນທີ 20 ມັງກອນ 1949 ກອງ ທັບລາວອິດສະຫຼະ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງ, ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ທີ່ມີແນວທາງການເມືອງ ແລະ ການທະຫານອັນຖືກຕ້ອງ ແລະ ປະດິດສ້າງ. ພ້ອມທັງຍັງໄດ້ຍົກໃຫ້ເຫັນ ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ທີ່ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະ ຊາຊົນ ຕໍ່ອຸດົມການສັງຄົມນິຍົມ, ມີນໍ້າໃຈຕໍ່ສູ້ພິລະອາດຫານ ບໍ່ຍອມຈຳນົນ ກ້າແກ່ນໜຽວແໜ້ນ, ພ້ອມກັນນັ້ນທ່ານຍັງໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂອງກອງບັນຊາການທະຫານແຂວງຜົ້ງສາລີຕື່ມອີກ

     ຈາກນັ້ນທ່ານ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຫວນຄືນຄວາມເປັນມາ ແລະ ມູນເຊື້ອຂອງສາທາລະນະລັດ ກູບາ ເປັນປະເທດໜື່ງທີ່ຕັ້ງຢູ່ເຂດອ່າວແມັກຊິກ ແລະ ໝູ່ເກາະໃນທະເລກາຣາອິບ ທະວີບ ອາເມລິກາ ຊື່ງຫ່າງຈາກສາທາະນະລັດພຽງ 90 ໄມເທົ່ານັ້ນມີພົນລະເມືອງ 11 ລ້ານກວ່າຄົນນະຄອນຫລວງລາຮາວານ ປະຊາຊົນກູບາ ເຄີຍມີມູນເຊື້ອພິລະອາດຫານໃນການຕໍ່ສູ້ປົດປ່ອຍຕົນເອງອອກຈາກແອກຄອບຄອງຂອງຈັກກະພັດລ່າເມືອງຂຶ້ນ ກູບາເຄີຍເປັນຫົວເມືອງຂື້້ນຂອງແອັດສະປາຍໂຍນເກືອບ 400 ປີ ປະຊາຊົນກູບາໄດ້ດຳເນີນການຕໍ່ສູ້ຢ່າງເນື່ອງນິດລຽນຕິດ ໂດຍໃຕ້ການນຳພາຂອງທ່ານ ໂຮເຊມາກຕີ ແລະ ທ່ານ ອັງໂຕເນໂອມາເຊໂອ ແຕ່ບໍ່ໄດ້ຮັບຜົນສຳເລັດ, ວັນທີ 1 ມັງກອນ 1959 ການປະຕິວັດກູບາໄດ້ຮັບໄຊຊະນະໃນການຕ້ານລັດທິຈັກກະພັດລັດຖະບານກູບາໄດ້ວາງແນວທາງປ່ຽນແປງໃໝ່ອອກໂດຍສະເພາະແມ່ນການມອບ ແລະ ແບ່ງປັນດິນໃຫ້ຊາວກະສິກອນ ແລະ ຊົນຊັ້ນກຳມະກອນຜູ້ອອກແຮງງານໄດ້ມີບ່ອນທຳມາຫາກິນ ແລະ ຮ່າງກົດໝາຍໄຫມ່ໃຫ້ສອດຄ່ອງກັບສະພາບຕົວຈິງຂອງກູບາ.

     ຈຸດປະສົງຂອງການເຜີຍແຜ່ເຊື່ອມຊຶ່ມເອກະສານໃນຄັ້ງນີ້ ກໍເພື່ອໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານຮຸ່ນສືບທອດ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍຄວາມສໍາຄັນ ຂອງວັນດັ່ງກ່າວ ພ້ອມນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ໂດຍສະເພາະ ອຸດົມການທາງການເມືອງ ໃນການກ້າວຂຶ້ນລະບອບສັງຄົມນິຍົມ ກໍຄືມູນເຊື້ອ ໃນການຕໍ່ສູ້ກັບສັດຕູອັນຮ້າຍກາດ ສິ່ງສໍາຄັນ ແມ່ນເພື່ອສຶກສາອົບຮົມໃຫ້ຖັນແຖວພະນັກງານ, ສະມາຊິກພັກ,ພະນັກງານ-ລັດຖະກອນ ພາຍໃນອ້ອມຂ້າງແຂວງຜົ້ງສາລີ ໄດ້ເຂົ້າໃຈຄວາມຫມາຍ ຄວາມສໍາຄັນ ຂອງມູນເຊື້ອວັນສໍາຄັນທີ່ນໍາມາຫວນຄືນໃນຄັ້ງນີ້.

ຂ່າວໃໝ່

ພິທີພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກັບຄະນະໂຄສະນາສຶກສາແຂວງດຽນບ່ຽນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

257816
ມື້ນີ້ມື້ນີ້234
ມື້ວານນີ້ມື້ວານນີ້280
ອາທິດນີ້ອາທິດນີ້107
ເດືອນນີ້ເດືອນນີ້9115
ທັງໝົດທັງໝົດ257816

ກິດຈະກຳ