ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ
ໃນລະຫວ່າງວັນທີ 11-14 ມີນາ 2023 ນີ້ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງນຳໂດຍທ່ານ ບົວວົງ ພົມພັກດີ ຮອງຫົວໜ້າກົມໂຄສະນາ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ຊຶ່ງຈຸດປະສົງການມາເຮັດວຽກໃນຄັ້ງນີ້ ແມ່ນເພື່ອລົງເກັບກຳຂໍ້ມູນ ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນມະຕິ XI ຂອງພັກ, ການພັດທະນາເຂດຈຸດສຸມ, ບ້ານ ແລະ ກຸ່ມບ້ານພັດທະນາ ກໍຄືບຸກຄົນດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ກໍຄືການພັດທະນາຄອບຄົວ ແລະ ບັນຫາທີ່ພົ້ນເດັ່ນອື່ນໆ ເພື່ອມາຂຽນອອກວາລະສານໂຄສະນາ ພ້ອມທັງເກັບກຳສະພາບການນຳໃຊ້, ແຈກຢາຍ ແລະ ຄຸນປະໂຫຍດຂອງປື້ມວາລະສານໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອມີທິດປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ໃນການມາເຮັດວຽກຂອງກົມໂຄສະນາໃນຄັ້ງນີ້ ໄດ້ເຂົ້າພົບ ແລະ ລາຍງານຈຸດປະສົງຕໍ່ ທ່ານ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ຫຼັງຈາກນັ້ນ, ທີມງານຂອງສູນກາງ ແລະ ຂອງແຂວງ ກໍໄດ້ລົງສຳພາດຄະນະພັກເມືອງໃໝ່, ເມືອງ ຂວາ ແລະ ລົງເກັບກຳຂໍ້ມູນຕົວຈິງກ່ຽວກັບບັນດາຕົວແບບຈຳນວນໜຶ່ງຢູ່ບາງບ້ານ ຂອງ 2 ເມືອງນຳອີກ.
![]() | ມື້ນີ້ | 25 |
![]() | ມື້ວານນີ້ | 323 |
![]() | ອາທິດນີ້ | 1324 |
![]() | ເດືອນນີ້ | 348 |
![]() | ທັງໝົດ | 285839 |