ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ພະແນກການຂົງເຂດເສດຖະກິດຂັ້ນແຂວງເຊື່ອມຊຶມບັນດາມະຕິສຳຄັນຂອງແຂວງ

ພະແນກການຂົງເຂດເສດຖະກິດຂັ້ນແຂວງເຊື່ອມຊຶມບັນດາມະຕິສຳຄັນຂອງແຂວງ

     ຕອນເຊົ້າຂອງວັນທີ 16 ມີນາ 2023 ຢູ່ທີ່ສະໂມສອນເກົ່າຂອງແຂວງທີ່ເມືອງຜົ້ງສາລີ ທາງຄະນະໂຄສະນາອົບຮົມແຂວງ ໄດ້ຈັດໃຫ້ມີກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງຄະນະບໍລິຫານງານພັກແຂວງ ຊຸດທີ XI; ມະຕິກອງປະຊຸມວຽກງານການເມືອງ - ແນວຄິດ ທົ່ວແຂວງຜົ້ງສາລີ ຄັ້ງທີ II ແລະ ມະຕິກອງປະຊຸມ

ອົງການປົກຄອງແຂວງຜົ້ງສາລີ ຄັ້ງທີ 5 ສະໄໝທີ IX ໃຫ້ພະນັກງານ-ລັດຖະກອນ ຂົງເຂດເສດຖະກິດແຂວງ ທີ່ຍັງປະຈຳການຢູ່ເທດສະບານເກົ່າຂອງແຂວງທີ່ເມືອງຜົ້ງສາລີ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວິສອນ ລາວເມົາ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ, ມີທ່ານ ຄຳຜາສຸກ ແກ້ວນາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານ ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ຄັງເງີນແຫ່ງຊາດປະຈຳແຂວງ, ດ່ານພາສີ, ລັດວິສາຫະກິດສາຂາແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນຂົງເຂດເສດຖະກິດ ທີ່ຍັງປະຈຳການຢູ່ເທດສະບານເກົ່າຂອງແຂວງເຂົ້າຮ່ວມ.

     ການເຜີຍແຜ່ເຊື່ອມຊືມມະຕິແມ່ນເພື່ອໃຫ້ພະນັກງານນຳພາ, ພະນັກງານ-ລັດຖະກອນ ໃນຂົງເຂດເສດຖະ ກິດ, ດ່ານພາສີ, ລັດວິສາຫະກິດສາຂາແຂວງ, ໃຫ້ໄດ້ຮັບຮູ້, ເຂົ້າໃຈ, ແລະ ກໍາແໜ້ນ ເນື້ອໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI ກອງປະຊຸມວຽກງານການເມືອງແນວຄິດ ທົ່ວແຂວງຜົ້ງສາລີ ຄັ້ງທີ II ແລະ ກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 5 ສະໄໝທີ IX ຢ່າງເລິກເຊິ່ງ.

     ບົນພື້ນຖານດັ່ງກ່າວ ເພື່ອຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມທັງຮຽກຮ້ອງໃຫ້ນຳເອົາເນື້ອໃນຈິດໃນຂອງການເຜີຍແຜ່ເອກະສານຄັ້ງນີ້ ນຳໄປຈັດຕັ້ງປະຕິບັດຢູ່ໃນຂົງເຂດວຽກງານຕົນເອງຮັບຜິດຊອບໃຫ້ມີຜົນສຳເລັດ ພ້ອມທັງຍົກສູງຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໂດຍການ ຫັນເປັນແຜນ ການ, ໂຄງການອັນລະອຽດ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຕົວຈິ່ງໃນປະຈຸບັນ ແລະ ອະນາຄົດ ແນ່ໃສ່ເຮັດໃຫ້ບັນດາເນື້ອໃນມະຕິຂອງກອງປະ ຊຸມທີ່ໄດ້ເຜີຍແຜ່ນັ້ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ຖືກຕ້ອງສອດຄ່ອງຕາມແນວທາງທີ່ໄດ້ວາງໄວ້.

 

ພິທີພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກັບຄະນະໂຄສະນາສຶກສາແຂວງດຽນບ່ຽນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

285835
ມື້ນີ້ມື້ນີ້21
ມື້ວານນີ້ມື້ວານນີ້323
ອາທິດນີ້ອາທິດນີ້1320
ເດືອນນີ້ເດືອນນີ້344
ທັງໝົດທັງໝົດ285835

ກິດຈະກຳ