ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ແຂວງຜົ້ງສາລີ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມສຳຄັນຂອງແຂວງ ທີ່ເທດສະບານແຂວງ (ເມືອງບຸນເໝືອ)

ແຂວງຜົ້ງສາລີ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມສຳຄັນຂອງແຂວງ ທີ່ເທດສະບານແຂວງ (ເມືອງບຸນເໝືອ).

     ຕອນເຊົ້າວັນທີ 17 ມີນາ 2023 ນີ້ ນະທີ່ສະໂມສອນເມືອງບຸນເໜືອ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານພັກແຂວງຊຸດທີ XI, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ II ແລະ ມະຕິກອງປະຊຸມ

ອົງການປົກຄອງແຂວງ ຄັ້ງທີ 5 ສະໄໝທີ IX ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍເລຂາໜ່ວຍພັກຮາກຖານພະແນກການ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ້າຂະແໜງ-ຮອງຂະແໜງ, ສະມາຊິກພັກ, ຕະ ຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 102 ສະຫາຍ, ຍິງ 43 ສະຫາຍ.

    ໃນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນເຜີຍແຜ່ເຊື່ອມຊຶມ 3 ເອກະສານຄື: ໄດ້ຮັບຟັງການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI, ມະຕິກອງຜະຊຸມອົງການປົກຄອງແຂວງ ຄັ້ງທີ 5 ສະໄໝທີ IX, ມະຕິກອງປະຊຸມວຽກງານການເມືອງ - ແນວຄິດ ທົ່ວແຂວງຜົ້ງສາລີຄັ້ງທີ  II.

     ໂອກາດທ້າຍນີ້ ສະຫາຍນາງ ຈັນມະນີ ນາມວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເໜັ້ນຕື່ມບາງບັນຫາ ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ໄດ້ມອບໝາຍ ແລະ ແຜນວຽກຈຸດສຸມ ໃນປີ 2023 ຂອງອົງການປົກຄອງແຂວງ ທີ່ໄດ້ກຳນົດວິທີການ, ກົນໄກ ແລະ ມາດຕະການ, ຮຽກຮ້ອງໃຫ້ພະນັກງານ-ນຳພາຄຸ້ມຄອງນຳເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປເຜີຍແຜ່ໃຫ້ພະນັກງານ - ລັດຖະກອນ, ໃນຂົງເຂດອົງການຂອງຕົນ ໃຫ້ໄດ້ຮັບຮູ້ເຂົ້າໃຈ ແລະ ຫັນເປັນແຜນການ, ໂຄງການ ແລະ ມອບຄວາມຮັບຜິດຊອບຈັດຕັ້ງປະຕິບັດໃຫ້ຖືກຕ້ອງ,​ ມີຜົນສຳເລັດ ແລະ ມີປະສິດທິຜົນສູງສຸດ.

ພິທີພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກັບຄະນະໂຄສະນາສຶກສາແຂວງດຽນບ່ຽນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

285836
ມື້ນີ້ມື້ນີ້22
ມື້ວານນີ້ມື້ວານນີ້323
ອາທິດນີ້ອາທິດນີ້1321
ເດືອນນີ້ເດືອນນີ້345
ທັງໝົດທັງໝົດ285836

ກິດຈະກຳ