ແຂວງຜົ້ງສາລີ ຫວນຄື້ນມູນເຊື້ອວັນກຳມະກອນສາກົນຄົບຮອບ 137 ປີ
ໃນຕອນເຊົ້າຂອງວັນທີ 28 ເມສາ 2023 ນີ້, ຢູ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງ ທາງສະຫະພັນກຳມະບານແຂວງສົບທົບກັບຄະນະໂຄສະນາອົບຮົມແຂວງ ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 137 ປີ ( ວັນທີ 1 ພຶດສະພາ 1886 - ວັນທີ 1 ພຶດສະພາ 2023 ) ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດ
ເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ຕຸລາພອນ ອະລິຍະ ກຳມະການພັກແຂວງ, ປະທານສະຫະພັນກຳມະບານແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫະຊົນຂັ້ນແຂວງ, ປະທານ-ຮອງປະທານໜ່ວຍຮາກຖານສະຫະພັນກຳ ມະບານ ຕະຫຼອດຮອດສະມາຊິກກຳມະບານອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງທັງໜົດ 87 ທ່ານ, ຍິງ 61 ທ່ານ .
ໃນໂອກາດນີ້, ທ່ານ ນາງ ຈັນມະນີ ນາມວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າຄືນມູນເຊື້ອແຫ່ງການກໍາເນີດ, ເຕີບໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ພາລະກໍາປະຫວັດສາດຂອງຂະບວນການຕໍ່ສູ້ຂອງກໍາມະກອນ ຊຶ່ງມີບາງຕອນທ່ານໄດ້ກ່າວວ່າ: ແຕ່ລະຍຸກແຕ່ລະສະໄໝຂອງມວນມະນຸດຢູ່ໃນໂລກ ລ້ວນແຕ່ມີການແກ້ງແຍ່ງແຂ່ງຂັນຄອບຄອງຜົນປະໂຫຍດອັນຊອບທໍາ ແລະ ບໍ່ຊອບທໍາ ຈຶ່ງພາເກີດການເອົາລັດເອົາປຽບຂອງມວນມະນຸດດ້ວຍການກົດຂີ່ຂຸດຮີດແຮງງານ, ການໃຊ້ແຮງງານເກີນຂອບເຂດ ຕະຫຼອດຮອດການຈ່າຍຄ່າແຮງກໍ່ບໍ່ມີຄວາມຍຸຕິທໍາ, ກໍາມະກອນຊົນຊັ້ນທຸກຍາກ ລ້ວນແລ້ວແຕ່ຕ້ອງເປັນລຸກທາດໃຫ້ແກ່ເຈົ້າທາດ ຫຼື ສັກດີນາຜູ້ຮັ່ງມີ ຈົນການເປັນບໍເກີດແຫ່ງການຕໍ່ສູ້ເພື່ອຮຽງຮ້ອງເອົາຄວາມຍຸຕິທໍາ, ຄວາມຊອບທໍາຄືນຈາກເຈົ້າທາດທັງຫຼາຍ ອອກເປັນບໍລິເວັນກວ້າງ ໂດຍສະເພາະກໍ່ແມ່ນທະວິບເອີຣົບ ແລະ ອາເມລິກາ ໃນສັດຕະວັດທີ 17 ຫາຕົ້ນສັດຕະວັດທີ 19 ຊຶ່ງໃນຕອນທ້າຍຂອງລະບອບສັກນາ ຊາວຜູ້ອອກແຮງານຈໍານວນຫຼາຍທີ່ຖືກກົດຂີ່ຂູດຮິດຈາກເຈົ້າທີ່ດິນ ຫຼື ພວກນາຍຈ້າງ ໄດ້ຮ່ວມຕົວກັນລຸກຂື້ນຕໍ່ສູ້ບໍ່ຍອມເປັນທາດໃຫ້ພວກນາຍຈ້າງອີກຕໍ່ໄປ ປະກອບການປ່ຽນຂອງສັງຄົມຫຼາຍປະເທດໃນທະວິບເອີລົບ ແລະ ອາເມລິກາ ໄດ້ສໍາເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບທຶນນິຍົມຂື້ນແທນ ຊາວຜູ້ອອກແຮງງານຈໍານວນຫຼາຍຈືງໄດ້ອົບພະຍົບເຂົ້າສູ່ຕົວເມືອງ ໄປເປັນລຸກຈ້າງໂຮງງານອຸດສະຫະກໍາ, ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກໍາມະກອນຖືກກົດຂີ່ຂຸດຮິດຢ່ງໜັກໜ່ວງ ເຮັດວຽກໜັກໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-16 ຊມ ແຕ່ຄ່າແຮງງານພັດຕໍ່າ, ການປ້ອງກັນສຸຂະພາບ, ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ ແລະ ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ, ດ້ວຍສະພາບ ການດັ່ງກ່າວ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງນັບມື້ນັບຮຸນແຮງ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ແຮງງານຈໍາເປັນຕ້ອງຕັ້ງເປັນກຸ່ມ, ເປັນຂະບວນ ການລຸກຮືຂື້ນຕໍ່ສູ້ກັບຊົນຊັ້ນນາຍທຶນຢູ່ຫຼາຍປະເທດ ຂະບວນການຕໍ່ສູ້ຄັ້ງທໍາອິດແມ່ນຢູ່ປະເທດອັງກິດ ໃນປີ 1764 ແລະ ຢູ່ເມືອງຫຼວງຊີຄາໂກ ຂອງປະເທດອາເມລິກາ ໃນເດືອນພະຈິກ ປີ 1884, ມາຮອດວັນທີ 1 ພຶດສະພາ 1886 ເປັນເທືອທໍາອິດໃນປະເທດອາເມລິກາຢູ່ຕົວເມືອງຊີຄາໂກ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຊຸມນຸມໃຫຍ່ ປະທ່ວງຕໍ່ສູ້ສົມທົບກັບເນື້ອໃນຖະແຫຼ່ງການຮຽກຮອງໃຫ້ນາຍທຶນຕ້ອງປະຕິບັດຕາມຄໍາສະເໜີຂອງກໍາມະກອນ ວ່າ: (ຕໍ່ໄປນີ້້ ບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊມ/ມື້, 8 ຊມ ພັກຜ່ອນ ແລະ 8 ຊມ ຮໍ່າຮຽນ) ໃນມື້ນັ້ນ ໄດ້ມີກໍາມະກອນນັດຍຸດງານເຖີງ 5,000 ແຫ່ງ ໃນບັນດາຕົວເມືອງໃຫຍ່ຂອງອາເມລິກາ, ມີຜູ້ເຂົ້າຮ່ວມ 340,000 ກ່ວາຄົນ ອັນເປັນສາເຫດໃຫ້ພວກນາຍທຶນທີ່ກໍາອໍານາດລັດໃນເວລານັ້ນ ໃຊ້ກໍາລັງເຂົ້າປາບປາມຈົນມີຜູ້ໄດ້ຮັບບາດເຈັບລົ້ມຕາຍ ແລະ ຖືກຈັບກຸ່ມເປັນຈໍານວນຫຼາຍ.
ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງແຂງແຮງ ເຖິງຂະບວນການກໍາມະກອນຢູ່ທະວິບເອີຣົບ ແລະ ທະວິບອາເມລີກາ ເປັນກໍາລັງໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນໂລກ ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ມາຮອດວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມຸນິດສາກົນຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປາຣິ ປະເທດຝະລັງ ມີຜູ້ແທນເຂົ້າຮ່ວມ 393 ຄົນ ທີ່ມາຈາກ 22 ປະເທດ ເອີລົບ, ອາເມລິກາ ແແລະ ອາກຊັງຕິນ ທີ່ປະຊຸມໄດ້ພິຈາລະນາບັນຫາທີ່ຊາວຜູ້ອອກແຮງງານພວມປະສົບຢູ່ໃນອະດີດ ກໍ່ຄືປະຈຸບັນດັ່ງນີ້:
1. ຫຼຸດເວລາເຮັດວຽກລົງ: (ມື້ໜຶ່ງເຮດວຽກ 8 ຊມ ແລະ ກໍານົດເອົາ ວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ) ແຕ່ນັ້ນມາ 1 ພຶດສະພາ ຂອງທຸກໆປີ ຈຶ່ງກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນທົ່ວໂລກ ຈົນມາຮອດປະຈຸບັນ.
2. ພິຈາລະນາຄຸ້ມຄອງແຮງງານເດັກ ແລະ ແມ່ຍິງ ທີ່ມີຊົ່ວໂມງເຮັດວຽກຫຼາຍກວ່າຜູ້ຊາຍ ແຕ່ໄດຮັບຄ່າຈ້າງຕໍ່າກວ່າ.
3. ພິຈາລະນາສະຫວັດດີການ ແລະ ສິ່ງແວດລ້ອມໃນການເຮັດວຽກ ຊຶ່ງໝາຍເຖິງທີ່ພັກ, ນໍ້າສະອາດ ແສງສຽງ ແລະ ສະຫວັດດີການອື່ນໆ.
4. ພິຈາລະນາສິດທິໃນການນັດຍຸດງານ, ໂຮມຊຸມນຸມສະແດງກໍາລັງ ໂດຍກອງປະຊຸມໄດ້ມີມະຕິ ໃຫ້ວັນທີ 1 ພຶດສະພາ ຂອງທຸກໆປີ ເປັນວັນພັກ ແຕ່ກໍາມະກອນ ແລະ ຊາວຜູ້ອອກແຮງານ ໄດ້ຮັບຄ່າງຈ້າງປົກກະຕິ. ມະຕິກອງປະຊຸມດັ່ງກ່າວໄດ້ຖືກປະຕິບັດ ຕັ້ງແຕ່ວັນທີ 1 ພຶດສະພາ 1890 ຈົນມາເຖີງປະຈຸບັນ ໂດຍຖືວ່າວັນດັ່ງກ່າວ ເປັນວັນສໍາຄັນຂອງຊົນຊັ້ນກໍາມະຊິບທົ່ວໂລກ ໂດຍເປັນວັນທີກໍາມະກອນທົ່ວໂລກຈັດໃຫ້ມີການຊຸມນຸມເດີນຂະບວນ ເພື່ອສະແດງໃຫ້ວັດທະນະທໍາການຕໍ່ສູ້ ໃຫ້ຫຼຸດພົ້ນອອກຈາກການກົດຂີ່ຂູດຮີດ ເພື່ອປະກາດຕົນເປັນອິດສະຫຼະ ພາບເສລີ ແລະ ເພື່ລະນຶກໄຊຊະນະຄັ້ງທໍາອິດຂອງຊາວຜູ້ອອກແຮງງານ ທີ່ໄດ້ມາຈາກການຕໍ່ສູ້ຢ່າງພ້ອມພຽງກັນ ຈຶ່ງເອີ້ນວັນທີ 1 ພຶດສະພາຂອງທຸກໆປີ ວ່າ: ເປັນວັນກໍາມະກອນສາກົນ ຈາກໝາກຜົນຂອງການຕໍ່ສູ້ນັ້ນ ເຮັດໃຫ້ຊາວກໍາມະກອນໃນທົ່ວໂລກ ໄດ້ຮັບສິດໃນລະບົບ 3 ແປດ ຄື: 8 ຊມ ເຮັດວຽກ, 8 ຊມ ພັກຜ່ອນ ແລະ 8 ຊມ ສຶກສາຮໍ່າຮຽນ.
![]() | ມື້ນີ້ | 192 |
![]() | ມື້ວານນີ້ | 85 |
![]() | ອາທິດນີ້ | 1927 |
![]() | ເດືອນນີ້ | 7766 |
![]() | ທັງໝົດ | 313246 |