ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ສຳເລັດການປະເມີນສະມາຊິກກຳມະບານ 5 ເປັນເຈົ້າ ປະຈຳປີ 2023

ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ

ສຳເລັດການປະເມີນສະມາຊິກກຳມະບານ 5 ເປັນເຈົ້າ ປະຈຳປີ 2023

ເພື່ອປະຕິບັດຕາມແຈ້ງການແນະນຳ ຂອງສະຫະພັນກຳມະບານແຂວງ ສະບັບເລກທີ 421/ ສກຂ ຜລ, ລົງວັນທີ 5 ກໍລະກົດ 2023 ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023.
ໃນຕອນເຊົ້າຂອງວັນທີ 17 ຕຸລາ 2023 ນີ້ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດໃຫ້ມີກອງປະຊຸມປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ສົມຕຸ້ຍ ສຸວັນນະຄຳ, ຫົວຫນ້າຂະແໜງອົບຮົມ, ຮອງປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ມີສະມາຊິກກຳມະບານພາຍໃນກຳມະບານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 15 ສະຫາຍ, ຍິງ 9 ສະຫາຍ.
ການປະເມີນຜົນຄັ້ງນີ້ ກໍເພື່ອຕີລາຄາຜົນງານດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງຂອງແຕ່ລະສະຫາຍ ຕະຫຼອດໄລຍະ 1 ປີຜ່ານມາ ພ້ອມທັງ ມີການຕຳນິຕິຊົມເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ເພື່ອພ້ອມກັນກ້າວໜ້າ ແລະ ມີຄວາມເປັນເອກະພາບກັນໃນການປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023 ເອົາໃຈໃສ່ປະຕິບັດວຽກງານຕາມແຕ່ລະໄລຍະທີ່ທາງສູນກາງສະຫະພັນກຳມະບານລາວ ກໍຄືຂອງ ສະຫະພັນ ກຳມະບານ ແຂວງຜົ້ງສາລີ ວາງອອກ ໃຫ້ໄດ້ຮັບຜົນດີກວ່າເກົ່າ.
ການປະເມີນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023 ຂອງກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງໃນຄັ້ງນີ້ ບັນດາສະຫາຍ ສະມາຊິກກຳມະບານ ພາຍໃນຄະນະໂຄສະນາອົບຮົມແຂວງ ໄດ້ພ້ອມກັນຕີຄະແນນໃສ່ໃບປະເມີນຜົນຂອງຕົນເອງຕາມແຕ່ລະມາດຖານ ພ້ອມທັງປະເມີນຂອງໜ່ວຍກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງຕື່ມອີກ.
ໃນຕອນທ້າຍ ສະຫາຍ ສົມຕຸ້ຍ ສຸວັນນະຄຳ ຫົວຫນ້າຂະແໜງອົບຮົມ, ຮອງປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ຍັງໄດ້ໂອ້ລົມຕໍ່ສະມາຊິກກຳມະບານພາຍໃນໜ່ວຍ ຊຶ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງສະມາຊິກກຳມະບານແຕ່ລະສະຫາຍ ທີ່ຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ ເຊິ່ງການໂອ້ລົມຂອງທ່ານໄດ້ເນັ້ນຫນັກເຖິງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນ ເຈົ້າ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານກໍາມະບານໃຫ້ດີກວ່າເກົ່າ.

ຂ່າວໃໝ່

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

339505
ມື້ນີ້ມື້ນີ້41
ມື້ວານນີ້ມື້ວານນີ້247
ອາທິດນີ້ອາທິດນີ້731
ເດືອນນີ້ເດືອນນີ້1518
ທັງໝົດທັງໝົດ339505

ກິດຈະກຳ