ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ຄະນະໂຄສະນາອົບຮົມແຂວງ ປາຖະກະຖາວັນປະຫວັດສາດສຳຄັນ ປະຈຳເດືອນ ຕຸລາ 2023

ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ ປາຖະກະຖາວັນປະຫວັດສາດສຳຄັນ ປະຈຳເດືອນ ຕຸລາ 2023

     ໃນ​ຕອນເຊົ້າຂອງວັນ​ທີ 11 ຕຸລາ 2023 ຜ່ານ​ມານີ້ ທາງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ ໄດ້​ຈັດຕັ້ງ​ພິ​ທີ​ປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ ( 12/10 / 1945-12/10/2023 ),  ວັນປະກາດເອກະລາດ ຄົບຮອບ 78 ປີ ( 12/10/1945-12/10/2023 ), ວັນລະນຶກ

ວັນສາກົນ ແລະ ສັບປະດາແຫ່ງຊາດ ຄົບຮອບ 36 ປີ, ວັນລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 20 ປີ ( 17/10/1987-17/10/2023-17/10/2003-17/10/2023 ) ແລະ ວັນຊາດສປ ຈີນ ຄົບຮອບ 74 ປີ (1/10/1949-1/10/2023)  ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມ ພາຍໃຕ້ການເປັນປະທານຂອງສະຫາຍ ນ.ຈັນມະນີ ນາມວົງ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ. ມີບັນດາທ່ານຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານນັກແຫລ່ງພາຍໃນຄະນະໂຄສະ ນາອົບຮົມແຂວງ ເຂົ້າ​ຮ່ວມ​ຈຳ​ນວນ 19 ສະ​ຫາຍ, ຍິງ 10 ສະ​ຫາຍ, ສະມາຊິກພັກ 17 ສະຫາຍ,ຍິງ 9 ສະຫາຍ.

     ໃນ​ພິ​ທີ ຄະນະຈັດຕັ້ງພິທີສະເໜີຈຸດປະສົງ ແລະ ເປົ້າໝາຍໃນການຈັດຕັ້ງປາຖະກະຖາ 4 ວັນສຳຄັນດັ່ງກ່າວ ໃນນີ້ປະທານໄດ້ຂື້ນປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບ ຮອບ 78 ປີ ( 12/10 / 1945-12/10/2023 ), ວັນປະກາດເອກະລາດ ຄົບຮອບ 78 ປີ ( 12/10/1945-12/10/2023 ), ວັນລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ຄົບຮອບ 36  ປີ ວັນລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 20 ປີ ( 17/10/1987-17/10/2023-17/10/2003-17/10/2023 ) ແລະ ສະຫາຍ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນປາຖະກະຖາ ວັນຊາດ ສປ ຈີນ ຄົບຮອບ 74 ປີ (1/10/ 1949-1/10/2023ຊຶ່ງທັງສອງທ່ານກໍໄດ້ເລົ່າປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງແຕ່ລະເອກະສານແຕ່ເມື່ອກ່ອນຈົນຮອດປະຈຸບັນ

     ຈຸດປະສົງຂອງການຈັດຕັ້ງພິທີປາຖະກະຖາໃນຄັ້ງນີ້ ກໍເພື່ອແນ່ໃສ່ເຮັດໃຫ້ບັນດາພະນັກງານ-ສະມາຊິກພັກ, ພະນັກງານຫຼັກແຫລ່ງກຳແໜ້ນເອົາເປັນແບບຢ່າງ ແລະ ພ້ອມທັງໃຫ້ຮັບຮູ້ເຖິງມູນເຊື້ອການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນ ດາເຜົ່າກໍຄືຂອງບັນດາທ່ານຜູ້ນຳໃນເມື່ອກ່ອນ ແລະ ຮັບຮູ້ເຖິງປະຫວັດມູນເຊື້ອຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ສປ ຈີນ, ສປ ຈີນ-ລາວ ຕັ້ງແຕ່ເມື່ອກ່ອນຈົນເຖິງທຸກວັນນີ້.

ຂ່າວໃໝ່

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

339490
ມື້ນີ້ມື້ນີ້26
ມື້ວານນີ້ມື້ວານນີ້247
ອາທິດນີ້ອາທິດນີ້716
ເດືອນນີ້ເດືອນນີ້1503
ທັງໝົດທັງໝົດ339490

ກິດຈະກຳ