ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະ ຕ້ອນຮັບຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບ່ຽນຟູ ແຫ່ງ ສສ ຫວຽດນາມ

 

ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະ

ຕ້ອນຮັບຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບ່ຽນຟູ ແຫ່ງ ສສ ຫວຽດນາມ

 ໃນຕອນແລງຂອງວັນທີ 9 ຕຸລາ 2023 ນີ້, ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ,​ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນ

ການນຳຂັ້ນສູງ ຂອງແຂວງດຽນບຽນຟູ ແຫ່ງ ສສ ຫວຽດນາມ ເຊິ່ງນຳໂດຍ ທ່ານ ມົວ ອາ ເສີນ ຮອງເລຂາພັກແຂວງດຽນບ່ຽນຟູ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢູ່ທີ່ໂຮງແຮມມິດຕະພາບ III ເມືອງບຸນເໜືອ ແຂວງຜົ້ງສາລີ.​

     ຈຸດປະສົງຂອງການມາເຄື່ອນໄຫວວຽກງານຂອງຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບຽນຟູ ໃນຄັ້ງນີ້​ ເພື່ອເປັນການຢ້ຽມຢາມ ແລະ ພົບປະມິດຕະພາບ ລະຫ່ວາງຄະນະຜູ້ແທນການນຳຂັ້ນສູງຂອງແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບຽນຟູ ແຫ່ງ ສສ ຫວຽດນາມ ໃນການຮ່ວມມືໃນໄລຍະທີ່ຜ່ານມາ ພ້ອມທັງເຊັນບົດບັນທຶກການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ຄະນະຜູ້ແທນແຂວງດຽນບjຽນຟູ ແຫ່ງ ສສ ຫວຽດນາມ ຍັງໄດ້ໄປທັດສະນະທ່ຽວຊົມພະທາດມິ່ງຂວັນພູຟ້າ ແລະ ຢ້ຽມຢາມໂຮງຮຽນມັດທະຍົມສົມບູນເທດສະບານເມືອງບຸນເໜືອ ເຊິ່ງເປັນໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼື່ອຫຼາຈາກ ສສ ຫວຽດນາມ ຕື່ມອີກ.​

ຂ່າວໃໝ່

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

339495
ມື້ນີ້ມື້ນີ້31
ມື້ວານນີ້ມື້ວານນີ້247
ອາທິດນີ້ອາທິດນີ້721
ເດືອນນີ້ເດືອນນີ້1508
ທັງໝົດທັງໝົດ339495

ກິດຈະກຳ