ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ຄະນະໂຄສະນາອົບຮົມແຂວງ ປະເມີນພະນັກງານ-ລັດຖະກອນ ປະຈຳປີ 2023

ຄະນະໂຄສະນາອົບຮົມແຂວງ ປະເມີນພະນັກງານ-ລັດຖະກອນ ປະ​ຈຳ​ປີ 2023

    ເພື່ອ​ປະ​ຕິ​ບັດ​ຕາມແຈ້ງ​ການ ຂອງພະແນກພາຍໃນແຂວງ ສະ​ບັບ​ເລກ​ທີ 42/ພນຂ.ຜລ, ລົງ​ວັນ​ທີ 26 ກັນຍາ 2023 ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະ​ຈຳ​ປີ 2023.

          ໃນຕອນເຊົ້າຂອງວັນທີ 31 ຕຸລາ 2023 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດໃຫ້ມີກອງປະຊຸມປະເມີນພະນັກງານ ປະ​ຈຳ​ປີ 2023 ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ນະ​ທີ່​ຫ້ອງ​ປະ​ຊຸມ​ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ. ໂດຍການເປັນ​ປະ​ທານຂອງ ສະຫາຍ ນ.ຈັນມະນີ ນາມວົງ ກຳ ມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພອ້ມດວ້ຍພະນັກງານ-ລັດຖະກອນພາຍໃນ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ເຂົ້າ​ຮ່ວມ​ທັງ​ໜົດ 15 ສະ​ຫາຍ, ຍິງ 9 ສະຫາຍ.

ການ​ປະ​ເມີນ​ຜົນ​ຄັ້ງ​ນີ້​ ກໍເພື່ອຕີລາຄາຜົນ​ງານດ້ານດີ ແລະ ອ່ອນຂໍ້​ຄົງ​ຂ້າງຂອງແຕ່ລະສະຫາຍ​ຕະຫຼອດໄລຍະ 1 ປີຜ່ານມາ ມີ​ການ​ຕຳນິຕິຊົມ​ເ​ຊິ່ງກັນ ແລະ ກັນດ້ວຍ​ຄວາມ​ຈິງ​ໃຈ ເພື່ອ​ພ້ອມ​ກັນ​​ກ້າວ​ໜ້າ​ ແລະ ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນໃນ​ການປະ​ຕິ​ບັດການ​ປະເມີນຂອງພະນັກງານ-ລັດຖະອນຕາມຂັ້ນຕອນ ແລະ ລະບຽບການບົນພື້ນຖານຕາມ 4 ຫຼັກການ ປະ​ຈຳ​ປີ 2023 ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ວຽກ​ງານຕາມ​ແຕ່​ລະ​ໄລ​ຍະທີ່​ຂັ້ນເທິງ ກໍຄື ຂອງພະແນກການຂັ້ນຕົນ​ວາງ​ອອກໃຫ້​ໄດ້​ຮັບ​ຜົນ​ດີ​ກ​ວ່າ​ເກົ່າ ຜ່ານການປະເມີນພະນັກງານ-ລັດຖະກອນ ປະ​ຈຳ​ປີ 2023 ຂອງຄະນະໂຄສະນາອົບ ຮົມແຂວງໃນຄັ້ງນີ້, ໃຫ້ບັນດາສະຫາຍພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ຕີ​ຄະ​​ແນນ​ໃສ່​ໃບ​ປະ​ເມີນ​ຜົນ​ຂອງຕົນເອງ​ຕາມແຕ່​ລະມາດ​ຖານ.

​      ​ໃນຕອນທ້າຍ ສະຫາຍ ນ.ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຍັງໄດ້​ໂອ້​ລົມ​ຕໍ່ພະນັກງານ-ລັດຖະກອນ ພາຍ​ໃນຄະນະໂຄສະນາອົບຮົມແຂວງ​ ກ່ອນ​ອື່ນ​ທ່ານ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ຜົນງານ​ຂອງພະນັກງານ-ລັດຖະກອນ​ ໄລຍະ 1 ປີ ຜ່ານ​ມາ ​ເຊິ່ງທ່ານໄດ້​ເນັ້ນ​ໜັກເຖິງ​ການຈັດ​ຕັ້ງ​ປະຕິບັດລະບຽບກົດໝາຍ ວ່າດວ້ຍພະນັກງານ-ລັດຖະກອນ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ຈັດຕັ້ງປະຕິບັດວຽກ​ງານພະນັກງານ-ລັດໃຫ້​ດີ​ກ່ວາ​ເກົ່າ  ແລະ ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້ພະນັກງານ-ລັດຖະກອນແຕ່​ລະສະ​ຫາຍ​ຈົ່ງ​ຕັ້ງໜ້າ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​-ແນວ​ຄິດຂອງ​ພັກ​ໃນ​ໄລຍະ​ໃໝ່​ນີ້, ​ເປັນ​​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກ​ຂັ້ນ​ເທິງ, ຮູ້​ເຄື່ອນ​ໄຫວ​ປຸກລະດົມ​ຂົນ​ຂວາຍສະພາບ​ການ​ທີ່​ພົ້ນ​ເດັ່ນ​ກໍ່ຄື​ສະພາບ​ການ​ຫຍໍ້​ທໍ້​ຕ່າງໆ ທີ່​ເກີດ​ຂຶ້ນ​ໃນ​ສັງຄົ​ມ​ເພື່ອ​ເຮັດ​ໃຫ້​ບ້ານ​ເມືອງ​ມີ​ຄວາມ​ສະຫງົບ.

ຂ່າວໃໝ່

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

339496
ມື້ນີ້ມື້ນີ້32
ມື້ວານນີ້ມື້ວານນີ້247
ອາທິດນີ້ອາທິດນີ້722
ເດືອນນີ້ເດືອນນີ້1509
ທັງໝົດທັງໝົດ339496

ກິດຈະກຳ