ຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ຈັດພິທີມອບຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ I ປະຈຳປີ 2018
ໃນຕອນເຊົ້າ ເວລາ 9: 30 ນາທີ ຂອງວັນທີ 30/08/2019 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຜົ້ງສາລີໄດ້ຈັດໃຫ້ມີພິທີ ຮັບໃຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຄັ້ງທີ I ປະຈຳ 2018 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ແພງ ລີລາວົງ ຮອງເລຂາຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານໂຄສະນາອົບຮົມແຂວງ, ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງວ່າການແຂວງ, ຄະນະກວດກາແຂວງ ແລະ ຄະນະຈັດຕັ້ງແຂວງ ພ້ອມດ້ວຍສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 7 ສະຫາຍ.
ພິທີ ທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ເພັງ ສຸລິເປົາ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນຜ່ານບົດຕີລາຄາການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຕາມ 4 ເຂັ້ມແຂງ, 5 ເນື້ອໃນ ຮູ້ນຳພາຮອບດ້ານປະຈຳປີ 2018 ແລະ ຜ່ານທິດທາງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ແລະ ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ບົດຕີລາຄາ ເພື່ອໃຫ້ບົດມີເນື້ອໃນສົມບູນ. ຈາກນັ້ນ, ຕາງໜ້າຈາກຄະນະຈັດຕັ້ງແຂວງຂຶ້ນຜ່ານມະຕິຕົກລົງວ່າດ້ວຍການອະນຸມັດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018.
ໃນພິທີດັ່ງກ່າວ ສະຫາຍ ແພງ ລີລາວົງ ຮອງເລຂາຮອງເຈົ້າແຂວງ ກໍ່ໄດ້ຕາງໜ້າຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂຶ້ນຮັບໂດຍ ສະຫາຍ ນ. ຈັນມະນີ ນາມວົງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ໃນພິທີດັ່ງກ່າວນັ້ນ ສະຫາຍ ແພງ ລີລາວົງ ຮອງເລຂາ-ຮອງເຈົ້າແຂວງເພິ່ນຍັງໄດ້ໂອ້ລົມ ແລະ ເນັ້ນນັກບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ຄືນຕື່ມ ເປັນຕົ້ນ:
1. ຕ້ອງໄດ້ສູ້ຊົນແກ້ໄຂຄວາມທຸກຍາກຂອງພະນັກງານ-ລັດຖະກອນ.
2. ປັບປຸງວຽກງານພາຍໃນຄະນະໂຄສະນາອົບຮົມແຂວງ ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ.
3. ພະຍາຍາມເຊື່ອມຊຶມນິຕິກຳໃນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ. ສະຫາຍ ນ. ຈັນມະນີ ນາມວົງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນກ່າວຮັບຄຳໂອວາດດັ່ງກ່າວ.
ພິທີຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ດຳເນີນມາເປັນເວລາ 1 ຕອນຈຶ່ງໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.
![]() | ມື້ນີ້ | 6 |
![]() | ມື້ວານນີ້ | 198 |
![]() | ອາທິດນີ້ | 871 |
![]() | ເດືອນນີ້ | 3033 |
![]() | ທັງໝົດ | 186450 |