ເມືອງສຳພັນ ແຂວງຜົ້ງສາລີ
ຜັນຂະຫຍາຍຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນບ່າຍຂອງວັນທີິ 17 ພະຈິກ 2020 ນີ້ ຢູ່ທີ່ສະໂມສອນເມືອງສຳພັນແຂວງຜົ້ງສາລີ ໂດຍການເປັນປະທານຂອງສະຫາຍ ຄຳເຫຼັກ ໃຈອີສານ ກຳມະການປະຈຳພັກແຂວງ,
ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ, ມີສະຫາຍ ສົມຈິດ ຫັບລະກອນ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງສຳພັນ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ນາຍ ທະຫານ, ນາຍຕ່ຳຫຼວດ ຕະຫຼອດຮອດພະນັກງານ - ລັດຖະກອນຜູ້ທ່ີມີຕຳແໜ່ງບໍລິຫານ ເຂົ້າຮ່ວມ 165 ສະຫາຍ, ຍີງ 68 ສະຫາຍ.
ສະຫາຍ ອ່ອນຄຳ ອິນແສງ ສົມຈິດ ຫັບລະກອນ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງສຳພັນ ໄດ້ຂຶ້ນຜ່ານແຜນດຳເນີນງານຂອງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XI ແຕ່ປີ 2021-2025 ວ່າດ້ວຍໜ້າທີ່ຂອງຄະນະບໍລິຫານງານພັກແຂວງຜົ້ງສາລີ ຕາມ 8 ໜ້າທີ່ຕົ້ນຕໍຄື: 1) ຮັບຜິດຊອບໂດຍກົງຕໍ່ຄະນະພັກຂັ້ນເທິງ ກ່ຽວກັບຜົນໄດ້ຜົນເສຍ ໃນການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ແນວທາງ, ແຜນນະໂຍບາຍ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ. 2) ນຳພາການເຄື່ອນໄຫວທົ່ວອົງຄະນະພັກ ລະຫວ່າງ ສອງກອງປະຊຸມໃຫຍ່ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ; ເພີ່ມທະວີຄວາມສາມັກຄີເປັນເອກະພາບ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ ກັບອົງການປົກຄອງທ້ອງຖິ່ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ. 3) ໂຄສະນາສຶກສາອົບຮົມການເມືອງແນວຄິດ, ນຳພາບັນດາການຈັດຕັ້ງຢູ່ທ້ອງຖິ່ນ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ. 4) ເອົາໃຈໃສ່ວຽກງານກໍ່ສ້າງພັກ, ວຽກງານຄຸ້ມຄອງປ້ອງກັນພັກ ແລະ ບັນດາການຈັດຕັ້ງພັກຢູ່ຂັ້ນຂອງຕົນໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ປະກອບສ່ວນສ້າງ ແລະ ຫັນແນວທາງນະໂຍບາຍຂອງພັກໃຫ້ເປັນອັນລະອຽດ. 5) ພິຈາລະນາຕົກລົງ, ຮັບຮອງເອົາບັນດາແຜນນະໂຍບາຍ, ໜ້າທີ່ສຳຄັນຕົ້ນຕໍຂອງອົງຄະນະພັກ, ກໍ່ສ້າງ, ຄຸ້ມຄອງພະນັກງານ, ສະມາຊິກພັກ ແລະ ຄຸ້ມຄອງການເງິນຂອງພັກ ທີິ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ. 6) ນຳພາອົງການລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ສິດ ໜ້າທີ່ຂອງແຕ່ລະອົງການ. 7) ຕິດຕາມ, ກວດກາອົງການປົກຄອງທ້ອງຖິ່ນ ໃນການປະຕິບັດພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. 8) ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ, ປຸກລະດົມມະຫາຊົນປະກອບສ່ວນກໍ່ສ້າງອົງການປົກຄອງທ້ອງຖິ່ນ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນ.
ຈາກນັ້ນສະຫາຍ ຄຳເຫຼັກ ໃຈອີສານ ກຳມະການປະຈຳພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ ໄດ້ຂຶ້ນຜ່ານບົດຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີຄັ້ງທີ XI ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI ໄດ້ດຳເນີນໃນລະຫວ່າງວັນທີ 5-6 ຕຸລາ 2020 ທີ່ຜ່ານມານີ້. ຢູ່ເທດສະບານແຂວງ ທີ່ເມືອງບຸນເໜືອ, ມີຜູ້ແທນສົມບູນເຂົ້າຮ່ວມ 287 ສະຫາຍ, ຍິງ 39 ສະ ຫາຍ. ກອງປະຊຸມໄດ້ດຳເນີນພາຍໃຕ້ບັນຍາກາດທີ່ສະຫງ່າລາສີ, ຟົດຟື້ນ, ມີຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງອັນສູງສົ່ງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ແລະ ຮັບຮອງເອົາມະຕິກອງປະຊຸມໃຫຍ່ ດ້ວຍເນື້ອໃນສຳຄັນຕົ້ນຕໍດັ່ງນີ້: ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງສະໄໝທີ X ທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ໂດຍສະແດງຄວາມເຫັນດີເຫັນພ້ອມນຳການສະຫຼຸບຕີິລາຄາມູນເຊື້ອແຫ່ງການນຳພາຂອງອົງຄະນະພັກແຂວງໃນໄລຍະ 65 ປີຜ່ານມາ (1955-2020) ແລະ ການສະຫຼຸບຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ໃນແຕ່ລະຂົງເຂດວຽກງານ, ເຊິ່ງມີຜົນສຳເລັດຫຼາຍດ້ານ ແລະ ເປັນພື້ນຖານອັນສຳຄັນ ແລະ ທ່ວງທ່າໃໝ່ທີ່ໜັກແໜ້ນໃຫ້ແກ່ການສຶບຕໍ່ສ້າງສາພັດທະນາແຂວງຜົ້ງສາລີກ້າວຂຶ້ນຕາມທິດທາງ, ຄຽງຄູ່ກັນນັ້ນ ກໍໄດ້ຮັບຮອງເອົາດ້ານອ່ອນຂໍ້ຄົງຄ້າງ ໃນການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງສະໄໝທີ X ເຊິ່ງເປັນສາເຫດຕົ້ນຕໍອັນໜຶ່ງ ທີ່ພາໃຫ້ການຈັດຕັ້ງປະຕິບັດຄາດໝາຍບາງດ້ານບໍ່ທັນບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ຮັບຮອງເອົາບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານພັກແຂວງສະໄໝທີ X ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກ ກໍຄືອົງຄະນະພັກແຂວງຊຸດຜ່ານມາ ສາມາດນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ. ອັນສຳຄັນແມ່ນໄດ້ແກ້ໄຂບັນຫາການເສື່ອມຖອຍດ້ານຄຸນສົມບັດ ສິນທຳປະຕິວັດ ແລະ ການກະທຳທີ່ຟືນກົດລະບຽບຂອງພັກ ໃນຖັນແຖວການນຳພາຂອງຄະນະພັກ, ສະມາຊິກພັກຂັ້ນຕ່າງໆ, ທັງສະຫຼຸບຖອດຖອນໄດ້ບົດຮຽນ ແລະ ກຳນົດວິທີການ, ມາດຕາການການແກ້ໄຂໃນຕໍ່ໜ້າ. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານພັກແຂວງ ສະໄໝທີ XI ປະກອບມີ 33 ສະຫາຍ, ຍິງ 4 ສະຫາຍ, ເລືອກຕັ້ງເອົາຄະນະປະຈຳພັກແຂວງ 11 ສະຫາຍ, ຍິງ 0 ສະຫາຍ. ປະຊາມະຕິຢ່າງເປັນເອກະສັນເລືອກເອົາ ສະຫາຍ ຄຳຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ບົວທອງ ອູ່ແສງຄຳ ແລະ ສະຫາຍ ທອງສີ ເສົາສຸລິພົມ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ບຸນທະວີ ສໍສຸກັນ ເປັນປະທານກວດກາພັກແຂວງ, ສະຫາຍ ໂລ ອາຍິງ, ສະຫາຍ ຊິງໄຊ ຂັນທະສັກ ແລະ ສະຫາຍ ຄຳແດງ ອິນດາວົງ ເປັນຮອງປະທານກວດກາພັກແຂວງ. ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຈັດແບ່ງຄວາມຮັບຜິດຊອບຂອງອົງຄະນະພັກແຂວງຕື່ມອິກ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 114 |
![]() | ມື້ວານນີ້ | 134 |
![]() | ອາທິດນີ້ | 72 |
![]() | ເດືອນນີ້ | 3283 |
![]() | ທັງໝົດ | 110881 |