ແຂວງຜົ້ງສາລີ ຜັນຂະຫຍາຍຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI
ກອງປະຊຸມເຜີຍແຜ່ເຊື່ອມຊື່ມຜົນສຳເລັດ ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີິ 16 ພະຈິກ 2020 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງຫຼັງເກົ່າ ໂດຍການເປັນປະທານ
ແລະ ເຊື່ອມຊື່ມເອກະສານຂອງສະຫາຍ ຄຳຜອຍ ວັນນະສານ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ເຂົ້າຮ່ວມຮັບຟັງມີບັນດາສະຫາຍ ກຳມະການພັກແຂວງ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າ - ຮອງຫົວໜ້າພະແນກການ, ຫົວໜ້າຂະແໜງ, ລັດວິສາຫະຫະກິດອ້ອມຂ້າງເທດແຂວງເກົ່າພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ສະຫາຍ ຄຳຜອຍ ວັນນະສານ ເລຂາພັກແຂວງ, ເຈົ້າແຂວງຯຜົ້ງສາລີ ກໍ່ໄດ້ຂຶ້ນຜ່ານບົດຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີຄັ້ງທີ XI ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI ໄດ້ດຳເນີນໃນລະຫວ່າງວັນທີ 5-6 ຕຸລາ 2020 ທີ່ຜ່ານມານີ້. ຢູ່ເທດສະບານແຂວງໃໝ່ ທີ່ເມືອງບຸນເໜືອ, ມີຜູ້ແທນສົມບູນເຂົ້າຮ່ວມ 287 ສະຫາຍ, ຍິງ 39 ສະຫາຍ. ກອງປະຊຸມໄດ້ດຳເນີນພາຍໃຕ້ບັນຍາກາດທີ່ສະຫງ່າລາສີ, ຟົດຟື້ນ, ມີຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບ ຜິດຊອບການເມືອງອັນສູງສົ່ງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ພ້ອມທັງຮັບຮອງເອົາມະຕິກອງປະ ຊຸມໃຫຍ່ ດ້ວຍເນື້ອໃນສຳຄັນຕົ້ນຕໍດັ່ງນີ້: ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງສະໄໝທີ X ທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ໂດຍສະແດງຄວາມເຫັນດີເຫັນພ້ອມນຳການສະຫຼຸບຕີິລາຄາ ມູນເຊື້ອແຫ່ງການນຳພາຂອງອົງຄະນະພັກແຂວງໃນໄລຍະ 65 ປີຜ່ານມາ (1955-2020) ແລະ ການສະຫຼຸບຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ໃນແຕ່ລະຂົງເຂດວຽກງານ, ເຊິ່ງມີຜົນສຳເລັດຫຼາຍດ້ານ ແລະ ເປັນພື້ນຖານອັນສຳຄັນ ແລະ ທ່ວງທ່າໃໝ່ທີ່ໜັກແໜ້ນ ໃຫ້ແກ່ການສຶບຕໍ່ສ້າງສາພັດທະນາແຂວງຜົ້ງສາລີກ້າວຂຶ້ນຕາມທິດທາງ, ກອງປະຊຸມໄດ້ຮັບຮອງເອົາບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານພັກແຂວງສະໄໝທີ X ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກ ກໍຄືອົງຄະນະພັກແຂວງຊຸດຜ່ານມາ ສາມາດນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ. ອັນສຳຄັນແມ່ນໄດ້ແກ້ໄຂບັນຫາການເສື່ອມຖອຍດ້ານຄຸນສົມບັດ ສິນທຳປະຕິວັດ ແລະ ການກະທຳທີ່ຟືນກົດລະບຽບຂອງພັກ ໃນຖັນແຖວການນຳພາຂອງຄະນະພັກ, ສະມາຊິກພັກຂັ້ນຕ່າງໆ, ທັງສະຫຼຸບຖອດຖອນໄດ້ບົດຮຽນ ແລະ ກຳນົດວິທີການ, ມາດຕາການການແກ້ໄຂໃນຕໍ່ໜ້າ. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານພັກແຂວງ ສະໄໝທີ XI ປະກອບມີ 33 ສະຫາຍ, ຍິງ 4 ສະຫາຍ, ເລືອກຕັ້ງເອົາຄະນະປະຈຳພັກແຂວງ 11 ສະຫາຍ, ຍິງ 0 ສະຫາຍ. ປະຊາມະຕິຢ່າງເປັນເອກະສັນເລືອກເອົາ ສະຫາຍ ຄຳຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ບົວທອງ ອູ່ແສງຄຳ ແລະ ສະຫາຍ ທອງສີ ເສົາສຸລິພົມ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ບຸນທະວີ ສໍສຸກັນ ເປັນປະທານກວດກາພັກແຂວງ, ສະຫາຍ ໂລ ອາຍິງ, ສະຫາຍ ຊິງໄຊ ຂັນທະສັກ ແລະ ສະຫາຍ ຄຳແດງ ອິນດາວົງ ເປັນຮອງປະທານກວດກາພັກແຂວງ. ກອງປະຊຸມຍັງໄດ້ ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກພ້ອມກັນນັ້ນກອງປະຊຸມຍັງໄດ້ວາງຄາດໜາຍສູ້ຊົນຮອດປີ 2025 ໂດຍໄດ້ກຳນົດເອົາ 16 ຄາດໝາຍໃຫຍ່, ໂດຍສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍ, 11 ຈຸດສຸມ. ໃນກອງປະຊຸມຄັ້ງນີ້, ຍັງໄດ້ເຜີຍແຜ່ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 2870/ຄພຂ.ຜລ ວ່າດ້ວຍການແບ່ງໜ້າທີ ແລະ ຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກແຂວງ ສະໄໜທີ XI ຕື່ມອິກ.
ຈຸດປະສົງຂອງການລົງຜັນຂະຫຍາຍເນື້ອໃນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໃນຄັ້ງນີ້ ກໍ່ເພື່ອເປັນການເຮັດໃຫ້ພະນັກງານຂັ້ນນຳພາໄດ້ຮັບການເຊື່ອມຊື່ມຢ່າງກ້ວາງຂ້ວາງ, ຮັບຮູ້ເຂົ້າໃຈຢ່າງເລີກເຊິ່ງເພື່ອເປັນບ່ອນອີ່ງໃນການຈັດຕັງປະຕິບັດບັນດາຄາດໝາຍຕ່າງໆ ທີ່ຮັບຮອງໃນກອງປະຊຸມນຳມາຜັນຂະຫຍາຍຢູ່ໃນຂະ ແໜງການຂອງຕົນເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິ່ງ. ທັງປູກລະດົມກຳລັງແຮງທົ່ວສັງຄົມ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ປະຊາຊົນບັນດາເຜົ່າໃຫ້ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ວຽກງານຕົວຈີງຂອງແຕ່ລະພາກສ່ວນ ແລະ ເຮັດໃຫ້ແຂວງຜົ້ງສາລີມີການພັດທະນາຢ່າງບໍ່ຢຸດຢັ້ງ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 115 |
![]() | ມື້ວານນີ້ | 134 |
![]() | ອາທິດນີ້ | 73 |
![]() | ເດືອນນີ້ | 3284 |
![]() | ທັງໝົດ | 110882 |