ພິທີມອບ - ຮັບ
ປື້ມປະຫວັດສາດ 2 ແຂວງເຕົ້າໂຮມ ຊໍາເໜືອ - ຜົ້ງສາລີ ໃຫ້ເມືອງໃໝ່
ເນື່ອງໃນໂອກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ
(2 ທັນວາ 1975 – 2 ທັນວາ 2020) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າຄົບຮອບ 100 ປີ) ທີ່ຈະມາເຖິງນີ້ ແລະ ໂອກາດທີ່ໄດ້ລົງເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI ຢູ່ເມືອງໃໝ່ຄັ້ງນີ້ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ລົງມອບປື້ມປະຫວັດສາດ 2 ແຂວງເຕົ້າໂຮມ ຊໍາເໜືອ-ຜົ້ງສາລີ ຈຳນວນ 500 ຫົວ ໃຫ້ຄະນະໂຄສະນາອົບຮົມເມືອງໃໝ່ ຊຶ່ງພິທີມອບ - ຮັບປື້ມດັ່ງກ່າວ ໄດ້ຈັດຂຶ້ນນະທີ່ຫ້ອງປະຊຸມຂອງຄະນະປະຈໍາພັກເມືອງສຳພັນ ໃຫ້ກຽດເຂົ້າຮ່ວມໃນພິທີມອບ - ຮັບປື້ມຄັ້ງນີ້ມີທ່ານ ເພັງ ສຸລິເປົາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ສົມຈິດ ສິດທິວົງ ກຳມະການພັກແຂວງ, ເລຂາພັກ-ເຈົ້າເມືອງ, ໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ, ປະທານກວດກາແຂວງ, ມີການນຳຂອງເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ເພັງ ສຸລິເປົາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ກ່າວມອບ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ສົມຈິດ ສິດທິວົງ ກຳມະການພັກແຂວງ, ເລຂາພັກ-ເຈົ້າເມືອງ ທີ່ໄດ້ສາລະເວລາຕາງໜ້າການນໍາເມືອງໃໝ່ ທີ່ໄດ້ໃຫ້ຄວາມສຳຄັນກ່າວຮັບປື້ມດັ່ງກ່າວ ເຊິ່ງໃນພິທີທ່ານ ເພັງ ສຸລິເປົາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ເນັ້ນວ່າ ປື້ມປະ ຫວັດສາດ 2 ແຂວງເຕົ້າໂຮມ ຊໍາເໜືອ - ຜົ້ງສາລີ ແມ່ນເປັນການສັງລວມບັນດາໝາກຜົນ ແລະ ໄຊຊະນະ ທີ່ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ ເວົ້າລວມ ກອງທັບ ແລະ ປະຊາຊົນ 2 ແຂວງ ຜົ້ງສາລີ ເວົ້າສະເພາະ ສະນັ້ນພວກເຮົາມີຄວາມຈຳເປັນທີ່ຈະຕ້ອງຈຳໜ່າຍໃຫ້ພະນັກງານການນຳ, ພະນັກງານປະຕິວັດອາວຸໂສບຳນານ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ຕະຫອດຮອດປະຊາຊົນບັນດາເຜົ່າ ກວມເຖິງບັນດາບໍລິສັດຫ້າງຮ້ານ, ນັກທຸລິກິດທົ່ວໄປ ໄດ້ຮັບຮູ້ເຊື່ອມຊຶມເຖິງປະຫວັດຄວາມເປັນມາ ກໍຄືນ້ຳໃຈອັນອົງອາດກ້າຫານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະກ່ອນທີ່ຈະໄດ້ມາເປັນ 2 ແຂວງເຕົ້າໂຮມໃນປັດຈຸບັນ ເພື່ອເປັນການເສີມຂະຫຍາຍນ້ຳໃຈຮັກຊາດ, ຄວາມສາມັກຄີອັນເດັດດ່ຽວໜ່ຽວແໜ້ນ ພ້ອມທັງໃຫ້ເປັນເອກະສານໜຶ່ງ ເພື່ອສຶກສາອົບ ຮົມປະຫວັດສາດມູນເຊື້ອແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ກໍຄືການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄືບັນດາປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈເຖິງທາດແທ້ປະຕິວັດ, ມູນເຊື້ອຮັກຊາດ, ນໍ້າໃຈຕໍ່ສູ້ພິລະອາດຫານຂອງກອງທັບ ກໍຄືປະຊາຊົນບັນດາເຜົ່າ ໃຫ້ຫຼາຍຂຶ້ນ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 136 |
![]() | ມື້ວານນີ້ | 134 |
![]() | ອາທິດນີ້ | 94 |
![]() | ເດືອນນີ້ | 3305 |
![]() | ທັງໝົດ | 110903 |