ເມືອງໃໝ່ ແຂວງຜົ້ງສາລີ
ເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI
ກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ທັນວາ 2020 ນີ້ ຢູ່ທີ່ສະໂມສອນຂອງເມືອງໃໝ່ ໂດຍການເປັນປະທານ
ແລະ ເຊື່ອມຊຶມເອກະສານ ຂອງສະຫາຍ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ ປະທານກວດກາພັກແຂວງຜົ້ງສາລີ. ເຂົ້າຮ່ວມມີສະຫາຍ ສົມຈິດ ສິດທິວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງໆໃໝ່, ມີບັນດາສະຫາຍກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, ນາຍທະຫານ-ນາຍຕຳຫຼວດຊັ້ໜຮ້ອຍຕີຂຶ້ນໄປ ພ້ອມດ້ວຍພະນັກງານປະຕິວັດອາວຸໂສບຳນານເຂົ້າຮ່ວມທັງໝົດ 110 ສະຫາຍ, ຍິງ 39 ສະຫາຍ.
ໃນກອງປະຊຸມສະຫາຍ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ ປະທານກວດກາພັກ ກໍ່ໄດ້ຂຶ້ນຜ່ານບົດຜັນຂະຫຍາຍຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ເຊິ່ງທ່ານໃຫ້ຮູ້ວ່າກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີຄັ້ງທີ XI ໄດ້ດຳເນີນໃນລະຫ່ວາງວັນທີ່ 5-6 ຕຸລາ 2020 ທີ່ຜ່ານມາ. ຢູ່ທີ່ເທດສະບານແຂວງໃໝ່ທີ່ເມືອງບຸນເໜືອ. ມີຜູ້ແທນສົມບູນເຂົ້າຮ່ວມ 287 ສະຫາຍ ຍິງ 39 ສະຫາຍ. ກອງປະຊຸມໄດ້ດຳເນີນດ້ວຍບັນຍາກາດທີ່ສະຫງ່າລາສີ, ຟົດຟື້ນ ມີຄວາມສາມັກຄີ, ຄວາມເປັນເອ ກະພາບ ແລະ ຄວາມຮັບຜິດຊອບອັນສູງສົ່ງ ແລະ ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ພ້ອມທັງຮັບຮອງເອົາມະຕິກອງປະຊຸມໃຫຍ່ດ້ວຍເນື້ອໃນສຳຄັນຕົ້ນຕໍດັ່ງນີ້. ກອງປະຊຸມໄດ້ຄົ້ນຄ້ວາຢ່າງເລິກເຊິ່ງ ແລະ ຮັບ ຮອງເອົາຢ່າງເປັນເອກະສັນ ບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງສະໄໝທີ່ X ທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ໂດຍສະແດງຄວາມເຫັນດີເຫັັນພ້ອມນຳການສະຫຼຸບຕີລາຄາມູນເຊື້ອແຫ່ງການນຳພາຂອງອົງຄະນະພັກແຂວງໃນໄລຍະ 65 ປີ ຜ່ານມາ ແລະ ສະຫຼຸບຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ X ຂອງອົງຄະນະພັກແຂວງໃນແຕ່ລະຂົງເຂດວຽກງານ,ເຊິ່ງມີຜົນສຳເລັດໃນຫຼາຍດ້ານ ແລະ ເປັນພີື້ນຖານອັນສຳຄັນ ແລະ ທ່ວງທ່າໃໝ່ທີ່ໜັກແໜ້ນໃຫ້ການສືບຕໍ່ສ້າງສາພັດທະນາແຂວງຜົ້ງສາລີກ້າວຂຶ້ນຕາມທິດທາງ; ກອງປະຊຸມໄດ້ຮັບຮອງເອົາບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກແຂວງສະໄໝທີ X ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກກໍ່ຄືອົງຄະນະພັກແຂວງຊຸດຜ່ານມາ ອັນສຳຄັນແມ່ນໄດ້ແກ້ໄຂບັນຫາອັນເສື່ອມຖອຍດ້ານຄຸນສົມບັດ ສິນທຳປະຕິວັດ ແລະ ການກະທຳທີ່ຝືນຕໍ່ລະບຽບຂອງພັກໃນຖັນແຖວການນຳພາຂອງຄະນະພັກ, ສະມາຊິພັກຂັ້ນຕ່າງໆ ພ້ອມທັງສະຫຼຸບຖອດຖອນບົດຮຽນ ແລະ ກຳນົດວິທີການ, ມາດຕະການແກ້ໄຂໃນຕໍ່ໜ້າ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານພັກແຂວງສະໄໝທີ່ 11 ປະກອບມີ 33 ສະຫາຍຍິງ 4 ສະຫາຍ ເລືອກຕັ້ງຄະນະປະຈຳ 11 ສະຫາຍ ຍິງ 0 ສະຫາຍ. ປະຊາມະຕິເລືອກເອົາ ສະຫາຍ ຄຳຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບົວທອງ ອູ່ແສງຄຳ ແລະ ສະຫາຍ ທອງສີ ເສົາສຸລິພົມ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ບຸນທະວີ ສໍສຸກັນ ເປັນປະທານກວດກາພັກແຂວງ, ສະຫາຍ ໂລ ອາຍິງ, ສະຫາຍ ຊິງໄຊ ຂັນທະສັກ ແລະ ສະຫາຍ ຄຳແດງ ອິນດາວົງ ເປັນຮອງປະທານກວດກາພັກແຂວງ ພ້ອມກັນນັ້ນກອງປະຊຸມຍັງໄດ້ວາງຄາດໝາຍສູ້ຊົນຮອດປີ 2025 ໂດຍກຳນົດເອົາ 16 ຄາດໝາຍໃຫຍ່, ໂດຍສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍ 11ຈຸດສຸມ. ກອງປະຊຸມຄັ້ງນີ້ຍັງໄດ້ເຜີຍແຜ່ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັັບເລກທີ່ 2870/ຄພຂ.ຜລ ວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກແຂວງສະໄໝທີ XI ຕື່ມອີກ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 115 |
![]() | ມື້ວານນີ້ | 134 |
![]() | ອາທິດນີ້ | 73 |
![]() | ເດືອນນີ້ | 3284 |
![]() | ທັງໝົດ | 110882 |