ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ແຂວງຜົ້ງສາລີ ດຳເນີນກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 5 ສະໄໝທີ IX

ແຂວງຜົ້ງສາລີ ດຳເນີນກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 5 ສະໄໝທີ IX

     ກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 5 ສະໄໝທີ IX ໄດ້ຈັດຂຶ້ນໃນລະຫ່ວາງວັນທີ 16 - 17 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມຂອງສຳນັກງານປົກຄອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ມີບັນດາທ່ານຮອງເຈົ້າແຂວງ, ສະມາຊີກອົງການປົກຄອງແຂວງ, ພ້ອມດ້ວຍແຂກເຊີນຕະຫຼອດຮອດ

ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ຕະຫຼອດໄລຍະຂອງການດຳເນີນກອງປະຊຸມໃນ 2 ວັນ ຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງການລາຍງານເອກະສານທີ່ສຳຄັນເປັນຕົ້ນແມ່ນ ການຜັນຂະຫຍາຍນິຕິກໍາຕ່າງໆຂອງລັດຖະບານວາງອອກ, ຮ່າງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໃນປີ 2022 ແລະ ທິດທາງ ແຜນການປີ 2023 ຂອງອົງການປົກຄອງ, ຮ່າງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັ ດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງປະຈໍາປີ 2022 ແລະ ທິດທາງແຜນພັດທະນາວຽກງານຈຸດສຸມປະຈຳປີ 2023, ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ ຂອງແຂວງປະຈໍາປີ 2022 ແລະ ທິດທາງແຜນການປີ 2023, ລາຍງານການຈັດຕັ້ງປະຕິບັດບັນດານິຕິກຳໃຕ້ກົດໝາຍ ຂອງແຂວງ (6 ສະບັບ), ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນປີ 2022 ແລະ ແຜນການ, ໂຄງ ການຈັດຕັ້ງປະຕິບັດໃນປີ 2023, ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການສະ ກັດກັ້ນ ແລະ ແກ້ໄຂບັນ ຫາຢາເສບຕິດ ໃນປີ 2022 ແລະ ແຜນການ, ໂຄງການຈັດຕັ້ງປະຕິບັດ ໃນປີ 2023, ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 1048/ຂຜລ, ລົງວັນທີ 08 ພະຈິກ 2022 ວ່າດ້ວຍການຄຸ້ມຄອງ ການຈັດງານປະເພນີພາຍໃນແຂວງຜົ້ງສາລີ, ສະເໜີ ຮ່າງນິຕິກຳໃຕ້ກົດໝາຍ ກ່ຽວກັບການຄຸ້ມຄອງສິ່ງປຸກສ້າງໃນທົ່ວແຂວງຜົ້ງສາລີ. ພ້ອມກັນນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄ້ວາສະເໜີແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ໃສ່ບັນເນື້ອໃນທີ່ສຳຄັນທີ່ໄດ້ນຳສະເໜີຕໍ່ກອງປະຊຸມ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໃນໄລຍະ 1 ປີທີ່ຜ່ານມາ ທີ່ເຫັນວ່າຍັງບໍ່ທັນຈັດຕັ້ງປະຕິບັດເທົ່າທີ່ຄວນ ແລະ ບໍ່ສອດຄ່ອງກັບເງືອນໄຂສະພາບຕົວຈິງໃນປະຈຸບັນ ດ້ວຍຄວາມຮັບຜິດຊອບສູງຂອງແຕ່ລະຂະແໜງການ ທັງນີ້ກໍ່ເພື່ອພ້ອມກັນເປັນເອກະພາບ ໃນການຈັດຕັ້ງປະຕິບັດແຜນການຂອງ ປີ 2023 ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

     ໃນໂອກາດກ່າວປິດກອງປະຊຸມ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊbjງທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດໃນ 1 ປີ 2023 ທີ່ສະມາຊີກອົງການປົກຄອງແຂວງຍາດມາໄດ້, ພ້ອມກັນນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ທຸກຂະແໜງການຈົ່ງພ້ອມກັນ ນໍາເນື້ອໃນຂອງກອງປະຊຸມຄັ້ງນີ້ໄປເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກຂອງຕົນ ໄດ້ຮັບຮູ້ເຂົ້າໃຈ ແລະ ຫັນເປັນແຜນການ, ໂຄງການ ແລະ ມອບຄວາມຮັບຜິດຊອບຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ມີຜົນສໍາເລັດ ແລະ ມີປະສິດຕິຜົນສູງ. ກໍາແໜ້ນພາລະບົດບາດ ແລະ ສິດ, ໜ້າທີ່ອົງການປົກຄອງແຂວງ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປົກຄອງ, ກໍາແໜ້ນຄາດ ໝາຍຂອງມະຕິ, ຂອງແຜນການ, ວຽກງານທີ່ໄດ້ມອບໝາຍ ແລະ ເພີ່ມຄວາມຮັບຜິດຊອບສູງ, ຄວາມເສຍສະຫຼະເຂົ້າໃສ່ການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ມີປະສິດຕິຜົນ. ໂດຍຫົວໜ້າຄະນະຮັບຜິດຊອບ ໃຫ້ພະແນກການ, ອົງການຂັ້ນແຂວງ ແລະ ເມືອງ ຖືເປັນຄາດໝາຍໃນການແຂ່ງຂັນຮັກຊາດ ແລະ ພັດທະນາໃນແຕ່ລະປີ, ກໍາແໜ້ນ ແລະ ປະຕິບັດໃຫ້ຖືກຕ້ອງ ຕໍ່ລະບຽບການ ແລະ ກົນໄກການເຮັດວຽກ ຂອງອົງການປົກຄອງແຂວງ ສະໄໝທີ IX ໃຫ້ຖືກຕ້ອງ ແລະ ເຂັ້ມງວດ. ເອົາໃຈໃສ່ໂຄສະນາ, ປຸກລະດົມ ແລະ ລະດົມທຸກແຫຼ່ງທຶນ ມາຈັດຕັ້ງປະຕິ ບັດບັນດາແຜນງານ, ໂຄງການ ທີ່ໄດ້ກໍານົດໄວ້ໃນແຜນການ 5 ປີ ແລະ ແຜນການປີ 2023 ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.

ຂ່າວໃໝ່

ພິທີພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກັບຄະນະໂຄສະນາສຶກສາແຂວງດຽນບ່ຽນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

257783
ມື້ນີ້ມື້ນີ້201
ມື້ວານນີ້ມື້ວານນີ້280
ອາທິດນີ້ອາທິດນີ້74
ເດືອນນີ້ເດືອນນີ້9082
ທັງໝົດທັງໝົດ257783

ກິດຈະກຳ