ເມືອງບຸນເໜືອ ແຂວງຜົ້ງສາລີ
ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
ໄລຍະທີ II 03 ເດືອນທ້າຍປີ 2022 ແລະ ກໍານົດວຽກງານຈຸດສຸມ ໄລຍະທີ III ປະຈໍາປີ 2023
ໃນວັນທີ 19 ມັງກອນ 2023 ຜ່ານມານີ້, ກອງບັນຊາການ ປກສ ເມືອງບຸນເໜືອ ໄດ້ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ II. 03 ເດືອນທ້າຍປີ 2022 ແລະ ກໍານົດວຽກງານຈຸດສຸມ ໄລຍະທີ III ປະຈໍາປີ 2023. ພາຍໃຕ້ການເປັນປະທານຂອງ ພັອ ຄຳຈັນ ແສງລາວົງ ກໍາມະການພັກແຂວງ ຫົວໜ້າ
ກອງບັນຊາການ ປກສ ແຂວງຜົ້ງສາລີ. ເປັນກຽດເຂົ້າຮ່ວມຂອງ ທ່ານ ພອນໄຊ ແກ້ວສົມພັນ ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆບຸນເໜືອ, ມີຮອງເລຂາພັກເມືອງ, ມີຄະນະພັກ-ຄະນະບັນຊາ ປກສ ເມືອງ, ກອງພັນເຄື່ອນທີ່ ປກສ ແຂວງ, ພາກສ່ວນທີ່ກ່ຽວຂ້ອງ, ຕະຫຼອດຮອດພະນັກງານ-ນັກຮົບ ອ້ອມຂ້າງກອງບັນຊາ ການ ປກສ ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ປອ ພັທ ຖາວອນ ຈິດຕະນົນ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງບຸນເໜືອ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ ໄລຍະທີ II 03 ເດືອນທ້າຍປີ 2022 ແລະ ກໍານົດວຽກງານຈຸດສຸມ ໄລຍະທີ III ປະຈໍາປີ 2023 ຜ່ານການລົງເຄື່ອນໄຫວໂຄສະນາເຜີຍແຜ່ບັນດາເອກະສານທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນ 05 ກຸ່ມ, ມີ 42 ບ້ານ, ລົງສ້າງສັນຍາ 4 ບໍໃນ 05 ກຸ່ມບ້ານ ສາມາດເກັບກໍາເປົ້າໝາຍຊື້-ຂາຍຢາເສບຕິດໄດ້ 21 ເປົ້າໝາຍ, ຍິງ 05 ເປົ້າໝາຍ ແລະ ເປົ້າໝາຍເສບຢາເສບຕິດໃນທົ່ວເມືອງມີ 449 ເປົ້າໝາຍ, ຍິງ 11 ເປົ້າໝາຍ, ເປົ້າໝາຍຜະລິດປຸງແຕ່ງອານຸພັນຢາເສບຕິດ 03 ເປົ້າໝາຍ. ໃນນີ້ ຜູ້ຕິດຢາບ້າ 339 ຄົນ, ຍິງ 09 ຄົນ ແລະ ຢາຝິ່ນ 110 ຄົນ, ຍິງ 02 ຄົນ, ນອກຈາກການແກ້ໄຂວາລະແຫ່ງຊາດແລ້ວໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ໂດຍສະເພາະ ຄະດີລັກຊັບພົນລະເມືອງມີ 07 ເລື່ອງ, ຜູ້ຖືກຫາ 07 ຄົນ, ຄະດີລັກລອບເຂົ້າ-ອອກເມືອງຜິດກົດໝາຍ 03 ເລື່ອງ, ມີຜູ້ຖືກຫາ 10 ຄົນ, ຄະດີຄາດຕະກໍາ 02 ເລື່ອງ, ຜູ້ຖືກຫາ 02 ຄົນ, ຄະດີທໍາມິດສະຈານ 01 ເລື່ອງ, ຜູ້ຖືກຫາ 02 ຄົນຍິງ 01 ຄົນ ໃນນີ້ຄະດີຢາເສບຕິດເກີດຂຶ້ນມີ 16 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 17 ຄົນ ຍິງ 02 ຄົນ, ໃນນີ້ ສາມາດມ້າງລາຍຄະດີຢາເສບຕິດປະເພດຢາບ້າໄດ້ 13 ເລື່ອງ, ຜູ້ຖືກຫາ 14 ຄົນ, ຍິງ 02 ຄົນ, ຢຶດຂອງກາງໄດ້ຈໍານວນ 1.352 ເມັດ ພ້ອມລົດຈັກ 02 ຄັນ, ຢາຝິ່ນ 03 ເລື່ອງ, ຜູ້ຖືກຫາ 03 ຄົນຍຶດຂອງກາງຢາຝິ່ໄດ້ 07 ກິໂລ ແລະ ໄດ້ເອົາພາກສ່ວນຕິດຢາເສບຕິດໄປບໍາບັດປິ່ນປົວຢູ່ສູນຂອງແຂວງ ຈໍານວນ 09 ຄົນ ສາມາດທ້ອນໂຮມອາວຸດລ່າເນື້ອປະເພດປືນແກ໋ບໄດ້ 215 ກະບອກ ແລະ ເຄື່ອງທີ່ຜິດກົດໝາຍຈໍານວນໜຶ່ງ. ຈາກນັ້ນທາງຄະນະທີມງານລົງຈັດຕັ້ງປະຕິບັດ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ຂຶ້ນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ພ້ອມທັງຖາມ-ຕອບບາງຄຳຖາມເຈາະຈີ້ມຂອງ ທ່ານປະທານ, ເປັນຕົ້ນແມ່ນຂອດການລົງຈັດຕັ້ງປະຕິບັດ ເພື່ອໃຫ້ມີຄວາມເປັນເອກະພາບ ຖືກຕ້ອງ ແລະ ຮັບປະກັນຄຸນນະພາບໃຫ້ສູງຂຶ້ນກ່ວາເກົ່າ. ຈາກນັ້ນ ທ່ານ ເຈົ້າເມືອງກໍ່ຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ທີມງານ ປກສ ແຂວງລົງເຮັດວຽກງານວາລະແຫ່ງຊາດ ປະຈໍາເມືອງຕື່ມອີກ.
ໂອກາດດັ່ງກ່າວ, ພັອ ຄຳຈັນ ແສງລາວົງ ກໍາມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ກໍ່ໄດ້ກ່າວສະແດງຄວມຍ້ອງຍໍຊົມເຊີຍມາຍັງບັນດາ ທ່ານ ຄະນະທີມງານລົງຈັດຕັ້ງປະຕິບັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ປະສານສົມທົບ ແລະ ພ້ອມກັນລົງຈັດຕັ້ງເຄື່ອນໄຫວໂຄສະນາຜົນຮ້າຍຂອງຢາເສບຕິດຈົນສາມາດຍາດໄດ້ຜົນງານໃນຫຼາຍດ້ານ ພ້ອມທັງຮຽກຮ້ອງມາຍັງແຕ່ລະພາກສ່ວນ: ສືບຕໍ່ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເປັນຕົ້ນແມ່ນ ບັນດານິຕິກຳຂອງສູນກາງ, ຂອງກະຊວງ ແລະ ຂອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ ໃຫ້ໜັກແໜ້ນ ແລະ ເລິກເຊິ່ງ, ກຳແໜ້ນພາລະບົດບາດ ສິດ-ໜ້າທີ່ຂອງຕົນ, ເປັນເຈົ້າການປະສານສົມທົບໃນການແກ້ໄຂບັນຫາຢາເສບຕິດ ໃຫ້ນັບມື້ນັບໝົດໄປໃນສັງຄົມ.
![]() | ມື້ນີ້ | 204 |
![]() | ມື້ວານນີ້ | 280 |
![]() | ອາທິດນີ້ | 77 |
![]() | ເດືອນນີ້ | 9085 |
![]() | ທັງໝົດ | 257786 |