- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນພຸດ, 23 ກຸມພາ 2022 07:22
-
ຂຽນໂດຍ Bounsouly Loma
ຈັນຍາບັນຂອງພະນັກງານ-ລັດຖະກອນ
ລັດຖະບານແຫ່ງ ສປປ ລາວ ໄດ້ອອກດຳລັດ ວ່າດ້ວຍຈັນຍາບັນຂອງ ພະນັກງານ-ລັດຖະກອນ ສະບັບເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019.
-
ຈັນຍາບັນຕໍ່ຕົນເອງ:
-
ພະນັກງານ-ລັດຖະກອນ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍປັນພະນັກງານທີ່ດີ ດັ່ງນີ້:
-
ມີຄຸນທາດການເມືອງໜັກແໜ້ນ, ຈົ່ງຮັກພັກດີຕໍອຸດົມການສັງຄົມນິຍົມ, ເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ມີຫຼັກໝັ້ນມິດ-ສັດຕູຈະແຈ້ງ; ບໍ່ຫວັນໄຫວຄອນແຄນຕໍ່ສະພາບການຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ມີຄວາມບໍລິສຸດ, ມີນ້ຳໃຈເສຍສະຫຼະສູງ ຕໍ່ປະເທດຊາດ ແລະ ປະຊາຊົນ;
-
ມີຄຸນສົມບັດສິນທຳປະຕິວັດ, ສັດຊື່ບໍລິສຸດຕໍ່ການຈັດຕັ້ງ, ຕໍ່ເພື່ອນຮ່ວມງານ, ຕໍ່ຄອບຄົວ; ສາມັກຄີຮັກແພງ, ຈິໃຈຕໍ່ກັນ ແລະ ມີຄວາມຜູກພັນຢ່າງສະໜິດແໜ້ນກັບມະຫາຊົນ ແລະ ປະຊາຊົນບັນດາ ເຜົ່າ. ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ມີແບບແຜນການດຳລົງຊີວິດທີ່ຖືກຕ້ອງ, ລຽບງ່າຍ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ, ປະຕິບັດຕົນໃຫ້ກົງຕໍ່ເວລາ ແລະ ດຸໝັ່ນຊອກຮູ້ສະແຫວງຫາຮຽນສິ່ງໃໝ່ໆອັນທີ່ກ້າວໜ້າ;
-
ຈັນຍາບັນຕໍ່ອາຊີບ:
-
ພະນັກງານ-ລັດຖະກອນ ຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມສັດຊື່ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ແລະ ປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດ ດັ່ງນີ້:
-
ປະຕິບັດໜ້າທີ່ວຽກງານ ຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ;
-
ປະຕິບັດຕາມຫຼັກການວິທະຍາສາດຂອງວິຊາຊີບ, ປະຕິບັດຕາມຕຳແໜ່ງງານ, ພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ;
-
ເສີມຂະຫຍາຍ ແລະ ພັດທະນາຄວາມຮູ້, ຄວາມສາມາດ, ປະສົບການໃນດ້ານວິຊາຊີບ ທີ່ຕົນຮັບຜິດ ຊອບ ໃຫ້ມີຄວາມກ້າວໜ້າ ແລະ ກາຍເປັນມືອາຊີບ;
-
ຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ຕັດສິນບັນຫາຢ່າງຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ຫຼັກ ການ. ຍຶດໝັ້ນຜົນປະໂຫຍດສ່ວນລວມຂອງຊາດ ແລະ ຂອງປະຊາຊົນຢ່າງຍຸຸຕິທຳ;
-
ປະຕິບັດກິດຈະກຳທີ່ກ່ຽວຂ້ອງກັບວິຊາຊີບຕົນ ເພື່ອສ້າງຄວາມເຊື່ອຖື, ສະໜັບສະໜູນ ແລະ ຄວາມສາມັກຄີພາຍໃນການຈັດຕັ້ງ;
-
ສ້າງຄວາມເຊື່ອໝັ້ໜດ້ວຍຄວາມໂປ່ງໃສ, ສັດຊື່ ແລະ ບໍລິສຸດໃຈ ໃນການພັດທະນາວິຊາຊີບ.
-
ຈັນຍາບັນຕໍ່ການຈັດຕັ້ງ:
-
ພະນັກງານ-ລັດຖະກອນ ຕ້ອງເຄົາລົບ ແລະ ມີສະຕິຕໍການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍໜ້າທີ່ວຽກງານທີ່ໄດ້ຮັັບການມອບໝາຍ, ຮັກສາຄວາມລັບ ແລະ ປະຕິບັດລະບຽບວິໄນຂອງການຈັດຕັ້ງຢ່າງເຂັ້ມງວດ ດັ່ງນີ້:
-
ປະພຶດ ແລະ ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ໃນຂອບເຂດການຈັດຕັ້ງຂອງຕົນ ດ້ວຍຄວາມສຸດຈະລິດ, ສະເໝີພາບ ແລະ ປາສະຈາກອະຄະຕິ;
-
ປະຕິບັດໜ້້້າທີ່ວຽກງານຢ່າງມີຫົວຄິດປະດິດສ້າງ, ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນສຸດຄວາມສາມາດ, ຮອບຄອບ, ວ່ອງໄວ, ປອດໃສ, ຖືກຕ້ອງ, ສົມເຫດສົມຜົນ ເພື່ອປົກປ້ອງກຽດສັກສີຂອງຕົນ ແລະ ການຈັດຕັ້ງ, ຖືເອົາຜົນປະໂຫຍດລວມຂອງຊາດ, ຂອງການຈັດຕັ້ງ ແລະ ຂອງປະຊາຊົນເປັນສຳຄັນ;
-
ໃຊ້ເວລາທາງລັດຖະການ ໃຫ້ເກີດປະໂຫຍດສູງສຸດແກ່ການຈັດຕັ້ງ;
-
ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ, ລວມໝູ່ ໃຫ້ມີປະສິເທິພາບສູງສຸດ;
-
ບໍ່ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກ ຈະແມ່ນໂດຍທາງກົງ ຫຼື ທາງອອກກໍ່ຕາມ;
-
ປະກອບຄວາມຄິດເຫັນຢ່າງມີຫູັກການ, ມີລັກສະນະສ້າງສັນ, ຈິງໃຈ ແລະ ມີເຫດມີຜົນ ຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ;
-
ໃຫ້ກຽດ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານ-ລັດຖະກອນດ້ວຍກັນ ແລະ ພະນັກງານ-ລັດຖະກອນ ຕໍ່ຜູ້ບໍລິຫານ, ຜູ້ບໍລິຫານ ຕໍ່ພະນັກງານ-ລັດຖະກອນ ໂດຍມີການໃຫ້ກຽດ, ບໍ່ກ້າວກ່າຍພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງກັນ ແລະ ກັນ;
-
ປະຕິບັດໜ້າທີ່ວຽກງານ ຕາມທີ່ໄດ້ຮັບການມອບໝາຍ, ເຄົາລົບການຕົກລົງ, ການຕັດສິນໃຈ ແລະ ນັບຖືໃຫ້ກຽດຕໍ່ກັບຜູ້ບໍລິຫານ ແລະ ເພື່ອນຮ່ວມງານ;
-
ມີພາວະຄວາມເປັນຜູ້ນຳ, ມີຄຸນນະທຳ, ສັດຊື່, ປະດິດສ້າງ, ສອນ ແລະ ແນະນຳວຽກງານ, ສົ່ງເສີມຄວາມສາມັກຄີ, ສະໜັບສະໜູນ, ຮັບຟັງ ແລະ ໃຫ້ຄຳປຶກສາ ແກ່ຜູ້ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ;
-
ປະຕິບັດແບບແຜນວິທີເຮັດວຽກເປັນໝູ່ຄະນະ ເພື່ອເພີ່ມປະສິດທິພາບໃນການເຄື່ອນໄຫວວຽກງານຂອງການຈັດຕັ້ງ, ສົ່ງເສີມຜູ້ທີ່ມີຜົນງານ, ຊ່ວຍເຫຼືອເສີມສ້າງຄວາມຮູ້ ແລະ ຄວາມສາມາດໃຫ້ກັບເພື່ອນຮ່ວມງານ.
-
ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ:
-
ພະນັກງານ-ລັດຖະກອນ ຕ້ອງບໍລິການ, ຮັບໃຊ້ປະຊາຊົນ ແລະ ສັງຄົມດ້ວຍຄວາມຈິງໃຈ, ສະເໝີພາບ, ໂປ່ງໃສ, ມີມາລະຍາດດີ, ຖະໜອມຖອມຕົນ, ບໍ່ຮຽກຮ້ອງສິ່ງຕອບແທນ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ສັງຄົມ ໃນເວລາປະຕິບັດໜ້າທີ່ວຽກງານ ດັ່ງນີ້:
-
ມີຄວາມຍຸຕິທຳ, ມີນ້ຳໃຈເສຍສະຫຼະ, ສຸພາບອ່ອນໂຍນ, ຊີ້ແຈງແນະນຳດ້ວຍເຫດຜົນ ແລະ ຈິງໃຈ;
-
ໃຫ້ການບໍລິການດ້ວຍຄວາມສະເໝີພາບ, ວ່ອງໄວ, ເປັນທຳ ໂດຍບໍ່ຈຳແນກເພດ, ອາຍຸ, ເຜົ່າ, ສະ ຖານະທາງສັງຄົມ, ລະດັບການສຶກສາ ແລະ ຄວາມເຊື່ອຖື;
-
ອຳນວຍຄວາມສະດວກ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ສາມາດເປີດເຜີຍໄດ້ ແລະ ຮັກສາຄວາມລັບທາງລັດຖະການ;
-
ຄຸ້ມຄອງ, ປົກປັກຮັກສາຊັບສົມບັດຂອງລັດ, ຂອງລວມໝູ່ ໂດຍຖືເອົາຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ ແລະ ສັງຄົມເປັນສຳຄັນ;
-
ບໍ່ສວຍໃຊ້ຖານະຕຳແໜ່ງ, ສິດ, ອຳນາດ ຂົ່ມຂູ່, ຮຽກຮ້ອງສິ່ງຕອບແທນ ແລະ ຮັບຜົນປະໂຫຍດຈາດບຸກຄົນ, ນິຕິບຸກຄົນ, ປະຊາຊົນ ແລະ ສັງຄົມ;