ການນຳຂັ້ນແຂວງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ
ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳພັກ-ລັດ ທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ຖືກຜົນກະທົບໄພນ້ຳຖ້ວມ ຄັ້ງວັນທີ 26 ສິງຫາ 2022 ຜ່ານມາ ແລະ ມີຜົນເສຍຫາຍອັນໜັກໜ່ວງຢູ່ 3 ບ້ານໃນເມືອງຂວາ ມີບ້ານຫາດນາງ, ສິນໄຊ, ລາດຊາງ ແລະ ບ້ານອື່ໆ ທີ່ຕັ້ງລຽບຕາມແຄມນ້ຳພາກ, ນ້ຳນ້ອຍ.
ຊຶ່ງມາໃນວັນທີ 11 ກັນຍາ 2022 ຜ່ານມາ ທ່ານ ບົວທອງ ອູແສງຄຳ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດພັກ ພະນັກງານຂັ້ນແຂວງ ໃນນາມຕາງໜ້າການນຳພັກ-ລັດຂັ້ນແຂວງ ໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ປື້ມຂຽນຈຳນວນໜຶ່ງ ລວມມູນຄ່າທັງໝົດ 3.700.000 ກີບ ມາມອບໃຫ້ຄະນະຮັບຜິດຊອບໄພພິບັດຂັ້ນເມືອງ ເພື່ອນຳໄປແຈກຢາຍໃຫ້ແກ່ຄອບຄົວທີ່ຖືກຜົນກະທົບດັ່ງກ່າວ.
ກ່າວຮັບໂດຍທ່ານ ສົມນຶກ ໄຊຍະຈິດ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ ທັງເປັນຫົວໜ້າອະນຸກຳມະການໄພພິບັດຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງເມືອງເປັນຜູ້ກ່າວຮັບເພື່ອນຳໄປມອບບັນເທົາທຸກ ໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບໄພນ້ຳຖ້ວມ ໃນວັນທີ 26 ສິງຫາ 2022 ຜ່ານມາ ພ້ອມນັ້ນທ່ານຍັງໄດ້ໂອ້ລົມໃຫ້ກຳລັງໃຈ ຕໍ່ບັນດາຄອບຄົວທີ່ຖືກຜົນກະທົບ ໃຫ້ອຸ່ນອຽນສູ້ຊົນຜ່ານຜ່າອຸປະສັກຕ່າງໆໃຫ້ຜ່ານຜົ້ນໄປ.
ໃນໂອກາດດຽວກັນນີ້ທາງສະຫະພັນແມ່ຍິງແຂວງ ແລະ ເມືອງ ກໍ່ໄດ້ນຳເອົາອຸປະກອນຮັບໃຊ້ຈຳເປັນພາຍໃນຄອບຄົວ, ເຄື່ອງບໍລິໂພກ ແລະ ເຄື່ອງນຸ່ງຫົ່ມ ໄປມອບໃຫ້ແກ່ຄອບຄົວດັ່ງກ່າວ ຄິດເປັນມູນຄ່າລວມ 7.953.000 ກີບ. ກ່າວມອບໂດຍສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງເມືອງ ກ່າວຮັບໂດຍ: ຄອບຄົວທີ່ຖືກຜົນກະທົບເປັນຜູ້ກ່າວຮັບ.
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 247 |
![]() | ອາທິດນີ້ | 730 |
![]() | ເດືອນນີ້ | 1517 |
![]() | ທັງໝົດ | 339504 |