- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນສຸກ, 21 ຕຸລາ 2022 03:50
-
ຂຽນໂດຍ Bounsouly Loma

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ດ່ານສາກົນລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ
ໃນຕອນເຊົ້າຂອງວັນທີ 5 ຕຸລາ 2022 ນີ້ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູດ່ານສາກົນ
ລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ, ໂດຍມີທ່ານ ຄຳຜ່ອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກເເຂວງ ເຈົ້່າແຂວງໆຜົ້ງສາລີ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແລະ ຄະນະພັກ, ພະນັກງານປະຈຳດ່ານສາກົນລານຕຸ້ຍຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຄະນະຄຸ້ມຄອງດ່ານສາກົນລານຕຸ້ຍ .

ໃນໂອກາດດັ່ງກ່າວທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດໂອ້ລົມ ພ້ອມທັງໃຫ້ທິດຊີ້ນຳຕໍ່ບັນດາຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານທີ່ປະຈຳຢູ່ດ່ານສາກົນລານຕູ້ຍ ຊຶ່ງກ່ອນອື່ນສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີດ່ານສາກົນລານຕຸ້ຍຍັງຮັກສາມູນເຊື້ອຂອງການປະຕິບັດໜ້າທີ່ວຽກງານ ພ້ອມດຽວກັນນີ້ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ພະນັກງານຫຼັກແຫຼ່ງພາຍໃນດ່ານຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ເປັນຕົ້ນເເມ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບັນຫາຢ່າເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆພາຍໃນສັງຄົມ ໃຫ້ນັບມື້ນັບຫຼຸດໜ້ອຍຖອ່ຍລົງ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີໃຫ້ເປັນປືກແຜ່ນພາຍໃນຄະນະພັກ, ເສີມຂະຫຍາຍມູນເຊື້ອປະຕິວັດ ສູ້ຊົນປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃນ 3 ເດືອນທ້າຍປີໃຫ້ສຳເລັດຕາມແຜນກຳນົດໄວ້.