ຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ສ້າງຂະບວນການອະນາໄມເພື່ອຕ້ອນຮັບວັນສິ່ງລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 49 ປີ
ໂດຍອີງໃສ່ແຈ້ງການຂອງຫ້ອງວ່າການແຂວງຜົ້ງສາລີ ສະບັບເລກທີ 1685/ຫວຂ.ຜລ, ລົງວັນທີ 1 ມິຖຸນາ 2021 ວ່າດ້ວຍການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນ
ສິ່ງແວດລ້ອມໂລກ ຄົບຮອບ 49 ປີ.
ມາໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2021 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງໄດ້ສ້າງຂະບວນການອອກແຮງງານ ອະນາໄມສວນດອກໄມ້ໃນຂອບເຂດຄວາມຮັບຜິດຊອບ ຢູ່ຕຶກຫ້ອງວ່າການແຂວງ (ຫຼັງໃໝ່) ທີ່ເມືອງບຸນເໜືອ ເຊິ່ງນຳພາໂດຍ ທ່ານ ບຸນສຸລີ ໂລມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງຜົ້ງສາລີເຂົ້າຮ່ວມທັງໝົດ 10 ຄົນ, ຍິງ 4 ຄົນ.
![]() | ມື້ນີ້ | 33 |
![]() | ມື້ວານນີ້ | 247 |
![]() | ອາທິດນີ້ | 723 |
![]() | ເດືອນນີ້ | 1510 |
![]() | ທັງໝົດ | 339497 |