ສູນຄົ້ນຄ້ວາແນວຄິດ ໄກສອນ ພົມວິຫານ ແລະ ນັກວິທະຍາສາດ ເຄື່ອນໄຫວວຽກງານ ແລະ ເກັບກຳຂໍ້ມູນຢູ່ແຂວງຜົ້ງສາລີ
ໃນຕອນເຊົ້າຂອງວັນທີ 9 ມັງກອນ 2022 ນີ້, ທາງສູນຄົ້ນຄ້ວາແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍນັກວິທະຍາສາດ ເຊິ່ງນຳໂດຍທ່ານ ປະລິນຍາເອກ ເດັງຢ່າງ ກົງຈີ ຮອງຫົວໜ້າສູນຄົ້ນຄ້ວາແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ ແລະ ເກັບກຳຂໍ້ມູນກ່ຽວກັບການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຢູ່ແຂວງຜົ້ງສາລີ ໂດຍການຕ້ອນຮັບ ແລະ ເຂົ້າປະຊຸມຮ່ວມຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕິລາຄາສູງຕໍ່ການມາເຄື່ອນໄຫວວຽກງານຂອງ ສູນຄົ້ນຄ້ວາແນວຄິດໄກສອນ ພົມວິຫານ ໃນຄັ້ງນີ້, ພ້ອມທັງ ລາຍງານກ່ຽວກັບສະພາບຈຸດພິເສດທີ່ຕັ້ງຂອງແຂວງ ແລະ ການພັດທະນາເສດຖະກິດ - ສັງຄົມຂອງແຂວງໃນໄລຍະທີ່ຜ່ານມາໃຫ້ຄະນະຮັບຊາບ. ຈາກນັ້ນທ່ານ ປະລິນຍາເອກ ເດັງຢ່າງ ກົງຈີ ຮອງຫົວໜ້າສູນຄົ້ນຄ້ວາແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍ່ໄດ້ສະເໜີແຈ້ງຈຸດປະສົງຫຼັກຂອງການມາເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີໃນຄັ້ງນີ້, ໂດຍສະເພາະກໍ່ເພື່ອມາເກັບກຳຂໍ້ມູນທີ່ເປັນເອກະສານ, ຮູບພາບ, ວິດີໂອ ທີ່ກ່ຽວຂ້ອງກັບ ປະທານ ໄກສອນ ພົມວິຫານ ເຊິ່ງຂໍ້ມູນດັ່ງກ່າວແມ່ນຈະໄດ້ນຳໄປໃຊ້ 2 ເປົ້າໝາຍຄື: ເປັນຂໍ້ມູນໃຫ້ນັກວິທະຍາສາດ ຂຽນບົດ ໃນຫົວຂໍ້ຊີວິດ ພາລະກິດ ປະທານ ໄກສອນ ພົມວິຫານ ແຕ່ປີ 1955 – 1975 ແລະ ເປັນຂໍ້ມູນທີ່ຈະພິມ ນິພົນຄົບຊຸດ ໄກສອນ ພົມວິຫານ.
ຈາກນັ້ນ, ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນແລກປ່ຽນຄຳຄິດຄຳເຫັນໃນການເກັບກຳຂໍ້ມູນກ່ຽວກັບການເຄື່ອນໄຫວຂອງທ່ານ ປະທານ ໄກສອນ ພົມວິຫານ ຢູ່ແຂວງຜົ້ງສາລີ ເປັນຕົ້ນກະແມ່ນຂໍ້ມູນເອກະສານ, ຮູບພາບ ແລະ ວິດີໂອ ເພື່ອໃຫ້ໄດ້ຫຼາຍທີ່ສຸດ ໃນການປະກອບໃສ່ບົດຕ່າງໆເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ຖືກຕ້ອງ.
ແຂວງຜົ້ງສາລີ ເປີດກອງປະຊຸມວຽກງານການເມືອງ - ແນວຄິດ ທົ່ວແຂວງ ຄັ້ງທີ II
ກອງປະຊຸມວຽກງານການເມືອງ - ແນວຄິດ ທົ່ວແຂວງຜົ້ງສາລີ ຄັ້ງທີ II ໄດ້ຈັດຂຶ້ນໃນລະຫ່ວາງວັນທີ 12-13 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງ ພາຍໃຕ້ຫົວຂໍ້ ”ເພີ່ມທະວີການນຳພາຂອງພັກທຸກຂັ້ນ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ວຽກງານການເມືອງ - ແນວຄິດ ເຂົ້າສູ່ຄຸນນະພາບໃໝ່”, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳຜອຍ ວັນນະສານ ກຳມະການ
ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ
ເຄື່ອນໄຫວເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ໃນລະຫວ່າງວັນທີ 6-8 ພະຈິກ 2022 ຜ່ານມານີ້ ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງນຳໂດຍ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄ
ແຂວງຜົ້ງສາລີ ຫວນຄື້ນມູນເຊື້ອ 3 ວັນສຳຄັນຂອງພັກ, ຂອງຊາດ ແລະ ເພື່ອນມິດສາກົນ
ໃນຕອນເຊົ້າຂອງວັນທີ່ 25 ຕຸລາ 2022 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງຜົ້ງສາລີ, ທາງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປາຖະກະຖາເລົ່າມູນເຊື້ອ 3 ວັນສຳຄັນຂອງພັກ, ຂອງຊາດ ແລະ ເພື່ອນມິດສາກົນ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເຜີຍແຜ່ເອກະສານ
![]() | ມື້ນີ້ | 23 |
![]() | ມື້ວານນີ້ | 247 |
![]() | ອາທິດນີ້ | 713 |
![]() | ເດືອນນີ້ | 1500 |
![]() | ທັງໝົດ | 339487 |